ປະຫວັດຂອງຜູ້ຕິດເຊື້ອໃໝ່ມື້ນີ້!!

ມາຮອດວັນທີ  01 ກໍລະກົດ 2021 ສປປ ລາວ ໄດ້ກວດວິເຄາະທັງໝົດ 1,670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.

ສໍາລັບແຂວງ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ ແລະ ສຳລັບແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ.

ປະຫວັດຂອງຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ 3 ຄົນ (ກໍລະນີນຳເຂົ້າ):

ຜູ້ທີ 1 ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ.

ຜູ້ທີ 2 ເພດຊາຍ, ອາຍຸ 21 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງຢູ່ສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ.

ຜູ້ທີ 3 ເພດຍິງ, ອາຍຸ 20 ປີ, ສັນຊາດລາວ, ອາຊີບ ກຳມະກອນ, ເດີນທາງມາຈາກປະເທດເພື່ອນບ້ານ, ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ທີ່ສູນຈຳກັດບໍລິເວນຄະນະສະເພາະກິດກຳນົດໄວ້ ແລະ ຜົນກວດພົບເຊື້ອ.

ປະຫວັດຂອງຜູ້ຕິດເຊື້ອແຂວງວຽງຈັນ 5 ຄົນ (ຕິດເຊື້ອໃນຊຸມຊົນ):

ຜູ້ທີ 1 ເພດຍິງ ອາຍຸ 18 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວມີອາການຕັນດັງ, ນ້ຳມູກໄຫຼ ແລະ ໄຂ້, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ຜູ້ທີ 2 ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ຜູ້ທີ 3 ເພດຍິງ, ອາຍຸ 1 ປີ 2 ເດືອນ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ຜູ້ທີ 4 ເພດຊາຍ, ອາຍຸ 3 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ຜູ້ທີ 5 ເພດຍິງ, ອາຍຸ 15 ປີ, ສັນຊາດລາວ, ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ, ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ຜູ້ກ່ຽວບໍ່ມີອາການຫຍັງ, ວັນທີ 1 ກໍລະກົດ 2021 ໄປເກັບຕົວຢ່າງ ຢູ່ບ້ານໃໝ່, ເມືອງໂພນໂຮງ, ແຂວງວຽງຈັນ ແລະ ຜົນກວດພົບເຊື້ອ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,176 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 187 ຄົນ.