spot_img
Homeຂ່າວຕ່າງປະເທດລະດັບນໍ້າໃນແມ່ນໍ້າອິນເດຍເພີ່ມຂຶ້ນສູງ ເຮັດໃຫ້ສົບຈໍານວນຫຼາຍໄຫຼມາຕາມແມ່ນໍ້າ!!

ລະດັບນໍ້າໃນແມ່ນໍ້າອິນເດຍເພີ່ມຂຶ້ນສູງ ເຮັດໃຫ້ສົບຈໍານວນຫຼາຍໄຫຼມາຕາມແມ່ນໍ້າ!!

Published on

ໃນວັນທີ 28 ມິຖຸນາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ໃນຂະນະນີ້ປະເທດອິນເດຍກໍາລັງເຂົ້າສູ່ລະດູຝົນ ເຊິ່ງເຮັດໃຫ້ມີຝົນຕົກໜັກໃນຊ່ວງທ້າຍເດືອນ ມິຖຸນາ ຫາ ເດືອນ ກັນຍາ ໃນຫຼາຍພື້ນທີ່ຂອງເມືອງອະລາຮາ ຂອງອິນເດຍ.

ຈາກເຫດການຝົນຕົກໜັກດັ່ງກ່າວ ໄດ້ເຮັດໃຫ້ລະດັບນໍ້າສູງຂຶ້ນສົ່ງຜົນເຮັດໃຫ້ສົບຂອງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ທີ່ຖືກນໍາມາຝັງຕາມແຄມແມ່ນໍ້າໄຫຼມາຕາມສາຍນໍ້າປະມານ 150 ກວ່າສົບ ພ້ອມທັງສົ່ງກິ່ນເໝັນໄປທົ່ວ.

ທາງດ້ານເຈົ້າໜ້າທີ່ທ້ອງຖິ່ນໄດ້ກ່າວວ່າ ສົບທີ່ລອຍມານັ້ນເກີດຈາກລະດັບນໍ້າໃນແມ່ນໍ້າເພີ່ມສູງຂຶ້ນ ແລະ ຄາດວ່າຈະມີສົບອີກປະມານ 500-600 ສົບທີ່ຖືກຝັງຕາມແຄມແມ່ນໍ້າ, ໃນຂະນະນີ້ເຈົ້າໜ້າທີ່ໄດ້ເລັ່ງນໍາເອົາສົບຈໍານວນດັ່ງກ່າວຂື້ນມາເຜົາ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ.

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...