spot_img
Homeຂ່າວຕ່າງປະເທດເກີດເຫດອາພາດເມັນ 12 ຊັ້ນໃນລັດຟໍລິດາພັງລົງເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 99 ຄົນ!!

ເກີດເຫດອາພາດເມັນ 12 ຊັ້ນໃນລັດຟໍລິດາພັງລົງເຮັດໃຫ້ມີຜູ້ສູນຫາຍຢ່າງໜ້ອຍ 99 ຄົນ!!

Published on

ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2021 ເວລາປະມານ 1:30 ໄດ້ມີລົດສຸກເສີນເດີນທາງໄປຍັງສະຖານທີ່ເກີດເຫດອາພາດເມັນ 12 ຊັ້ນ ແຄມຊາຍຫາດທາງເໜືອຂອງໄມອາມີທີ່ໄດ້ພັງລົງ ໂດຍມີເຈົ້າໜ້າທີ່ກູ້ໄພປະມານ 80 ຄົນໄດ້ເລັ່ງໃຫ້ຄວາມຊ່ວຍເຫຼືອກັບຜູ້ທີ່ຕິດຢູ່ໃນອາພາດເມັນ ຄາດວ່າມີຄົນເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ສູນຫາຍປະມານ 99 ຄົນ.

ລ່າສຸດທາງທີມກູ້ໄພສາມາດຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນອາຄານໄດ້ຢ່າງໜ້ອຍ 35 ຄົນ ໂດຍມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 10 ຄົນທີ່ໄດ້ຮັບການປະຖົມພະຍາບານຂັ້ນຕົ້ນຢູ່ໃນທີ່ເກີດເຫດ. ທາງດ້ານນາຍົກລັດຖະມົນຕີຂອງເມືອງໄດ້ລະບຸວ່າມີຜູ້ປະສົບໄພຢ່າງນ້ອຍ 2 ຄົນທີ່ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ ຕໍ່ມາໄດ້ເສຍຊີວິດ 1 ຄົນ ແລະ ປະເມີນໄດ້ວ່າອາດຈະມີຜູ້ເສຍຊີວິດເພີ່ມຂື້ນອີກ.

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...