spot_img
Homeຮູບເງົາ“ບໍ່ມີວັນຈາກ” ຮູບເງົາລາວທີ່ຈະເຂົ້າສາຍໃນອາເມລິກາ ປີ 2022 ນີ້!!

“ບໍ່ມີວັນຈາກ” ຮູບເງົາລາວທີ່ຈະເຂົ້າສາຍໃນອາເມລິກາ ປີ 2022 ນີ້!!

Published on

ຮູບເງົາເລື່ອງບໍ່ມີວັນຈາກຂອງຜູ້ກໍາກັບ ແມັດຕີ້ ໂດ ເປັນຮູບເງົາຂອງລາວທີ່ໄດ້ຖືກຊື້ລິຂະສິດເຂົ້າສາຍໃນສະຫະລັດອາເມລິກາເປັນທີ່ຮຽບຮ້ອຍແລ້ວ ໂດຍມີກໍານົດເຂົ້າສາຍໃນປີ 2022 ນີ້. ຖືໄດ້ວ່າເປັນຄວາມພາກພູມໃຈອີກຢ່າງໜຶ່ງທີ່ຮູບເງົາຂອງລາວສາມາດດັງໄປໄກເຖິງຕ່າງປະເທດ ແລະ ເຮັດໃຫ້ຕ່າງປະເທດໄດ້ຮັບຮູ້ເຖິງວັດທະນາທໍາຂອງປະເທດລາວຫຼາຍຂື້ນ.

ຮູບເງົາເລື່ອງບໍ່ມີວັນຈາກເປັນຮູບເງົາລາວເລື່ອງທຳອິດ ທີ່ຄວ້າໄດ້ຫຼາຍລາງວັນຈາກຝີມືການກຳກັບ ໂດຍຜູ້ກຳກັບຍິງຄົນທຳອິດ ທີ່ມີເຊື້ອສາຍລາວ ນັ້ນກໍ່ຄື ແມັດຕີ້ ໂດ ແລະ ໄດ້ເປີດໂຕ ໃນຮອບສື່ມວນຊົນ ໃນວັນຈັນ ທີ 8 ກຸມພາ 2021 ທີ່ຜ່ານມາ ແລະ   ຮູບເງົາເລື່ອງນີ້ ຜະລິດໂດຍບໍລິສັດ ລາວອາດມີເດຍ (Lao Art Media) ຮ່ວມກັບ ສຄຣີນ ດິວິເຊິນ (Screen Division) ຈາກປະເທດສະເປນ ແລະ ບໍລິສັດໂປດັກຊັ່ນຂອງສິງກະໂປ ອີກດ້ວຍ. ຮູບເງົາບໍ່ມີວັນຈາກເປັນຮູບເງົາເລື່ອງທໍາອິດໃນປະຫວັດສາດຂອງວົງການໜັງລາວທີ່ໄດ້ເຂົ້າສາຍໃນຮອບປະຖົມມະເລີກ ໃນເທດສະການຮູບເງົາໃຫຍ່ໆ ທີ່ໂດ່ງດັງ ໃນຫຼາຍແຫ່ງທົ່ວໂລກມາແລ້ວ.

ບໍ່ມີວັນຈາກໄດ້ຮັບການເຂົ້າສາຍໃນງານເທດສະການຮູບເງົາ ຊັ້ນນຳຂອງໂລກ ເຊັ່ນ: ເທສະການຮູບເງົາສາກົນເວນິສ, ໂທຣອນໂຕ (TIFF), ບູຊານ, ໂກເທບອກ, ເທສະການຮູບເງົາສາກົນຣັອດເຕີອະດັມ, ເທສະການຮູບເງົາສາກົນໂຕກຽວ, ເທສະການຮູບເງົາສາກົນວໍຣ໌ຊໍ, FIFF Namur, ແລະ ເທສະການຮູບເງົາຊິດຈັສ.

ສຳລັບເນື້ອໃນຂອງຮູບເງົາເລື່ອງນີ້ ແມ່ນເວົ້າເຖິງຄວາມດີ້ນຮົນຕໍ່ສູ້ຂອງຊາຍໄວຊະລາຄົນຜູ້ໜຶ່ງທີ່ອາໄສຢູ່ໃນເຂດຊົນນະບົດ ໃນຂະນະທີ່ລາວຕ້ອງໄດ້ປະເຊີນໜ້າກັບຄວາມເຈັບປວດເສຍໃຈ ແລະ ຄວາມບອບຊໍ້າທາງຈິດໃຈຈາກການສູນເສຍແມ່ຕັ້ງແຕ່ຕອນຍັງນ້ອຍ. ເມື່ອລາວໄດ້ຄົ້ນພົບວ່າຕົນຍັງມີໂອກາດທີ່ຈະເດີນທາງຍ້ອນເວລາໄດ້ ເພື່ອຈະໄດ້ກັບໄປທົບທວນຕົນເອງໃນສະໄໝທີ່ຍັງເປັນເດັກນ້ອຍຄືນອີກຄັ້ງ, ລາວໄດ້ພະຍາຍາມປັບປ່ຽນເສັ້ນເວລາ, ທັງພະຍາຍາມປ່ຽນແປງຊີວິດໄວເດັກ ກັບໄວປັດຈຸບັນຂອງຕົນເອງ ເພື່ອໃຫ້ເປັນຕາມສິ່ງທີ່ຫວັງໄວ້ ແຕ່ມັນກໍ່ຍິ່ງແປງໄປໃນຮູບແບບທີ່ບໍ່ຄາດຝັນມາກ່ອນ.

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...