ຈີນມີວັກຊີນປ້ອງກັນໂຄວິດ-19 ຈໍານວນ 21 ຊະນິດ ທີ່ເຂົ້າສູ່ຂະບວນການທົດລອງທາງຄລີນິກ

ໃນວັນທີ 6 ມີຖຸນາ 2021 ທີ່ຜ່ານມາ ທ່ານເຈິ້ງອີ້ຊິນ ຮອງຫົວໜ້າຄະນະກໍາມະການສຸຂະພາບແຫ່ງຊາດຈີນ (NHC) ໄດ້ເປີດເຜີຍວ່າຈີນມີວັກຊີນປ້ອງກັນໂຄວິດ-19 ທີ່ເຂົ້າສູ່ຂະບວນການທົດລອງທາງຄລີນິກແລ້ວຈໍານວນ 21 ຊະນິດ, ເຊິ່ງທ່ານເຈີ້ງອີ້ຊີນໄດ້ລະບຸວ່າມີວັກຊິນປ້ອງກັນໂຄວິດ-19 ຈໍານວນ 4 ຊະນິດທີ່ໄດ້ຮັບອະນຸມັດໃຫ້ວາງຈໍາໜ່າຍໃນຕະຫຼາດແບບມີເງື່ອນໄຂ ແລະ ມີ 3 ຊະນິດທີ່ໄດ້ຮັບການອະນຸມັດໃຫ້ໃຊ້ງານໃນກໍລະນີສຸກເສີນຢູ່ພາຍໃນປະເທດ.

ນອກຈາກນັ້ນວັກຊີນປ້ອງກັນໂຄວິດ-19 ຂອງຈີນມີທັງໝົດ 8 ຊະນິດທີ່ໄດ້ຮັບອະນຸມັດການທົດລອງທາງຄລີນິກໃນໄລຍະທີ 3 ໃນຕ່າງປະເທດ ແລະ ວັກຊີນທີ່ຜະລິດແບບ mRNA ກໍມີຄຸນນະສົມບັດຕາມຂໍ້ກໍານົດຄົບຖ້ວນສໍາລັບການທົດລອງທາງຄລີນິກໃນໄລຍະທີ 3 ໃນຕ່າງປະເທດເຊັ່ນກັນ.