6 ອາຫານເພີ່ມພູມຄຸ້ມກັນໃນລະດູໜາວ

IMG_3837

6 ອາຫານ​ເພີ່ມ​ພູ​ມ​ຄຸ້ມ​ກັນ​ໃນລະດູ​ໜາວ

ພະຍາດ​ໄຂ້​ຫວັດ ເປັນ​ພະຍາດ​ທີ່​ເກີດ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັສ​ໃນ​ລະບົບ​ທາງເດີນ​ຫາຍ​ໃຈ​ສ່ວນ​ເທິງ ໄດ້​ແກ່ ດັງ ​ແລະ ​ຄໍ ພະຍາດ​ນີ້​ມັກ​ພົບ​ຫລາຍ​ໃນ ລະດູ​ໜາວ ເພາະ​ຄວາມ​ຊຸ່ມຊື່ນ​ຕ່ຳ​ ແລະ ​ອາ​ກາດ​ເຢັນ

ເກີດ​ຂຶ້ນ​ໄດ້​ຈາກ​ການ​ສູບ​ດົມ​ອາ​ກາດ​ທີ່​ມີ​ເຊື້ອ​ເຂົ້າໄປ ການ​ພົວພັນ ​ກັບ ​ຜູ້​ປ່ວຍ​  ແລະ​ ສະພາບ​ອາ​ກາດ​ທີ່​ປ່ຽນ​ແປງ ເມື່ອ​ໄດ້ຮັບ​ເຊື້ອ​ໄຂ້​ຫວັດ​ເຂົ້າໄປ​ຈະ​ມີ​ອາການ​ອ່ອນ​ເພຍ ເຈັບ​ຫົວ ຄັດ​ດັງ ມີ​ນ້ຳ​ມູກ ຈາມ ມີ​ອາການ​ໄອ​ ຈາກ​ການ​ອັກ​ເສບ​ຂອງ​ຫລອດ​ຄໍ​ແລະ ​ອາດ​ມີ​ໄຂ້​ຕ່ຳ ພະຍາດ​ໄຂ້​ຫວັດ​ຈະ​ມີ​ໄລ​ຍະ​ເວລາ​ປະ​ມານ 3-5 ມື້ ແຕ່​ອາດ​ມີ​ອາການ​ໄອ​ ແລະ​ ນ້ຳ​ມູກ​ຕໍ່​ເນື່ອງ​ດົນ​ອີກ 2 – 3 ອາທິດ

ສຳຫລັບ 6 ເມ​ນູ​ທີ່ກິນແລ້ວ ຊ່ວຍ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ຮ່າງກາຍ​ແຂງ​ແຮງ ເພື່ອ​ຮັບ​ການ​ປ່ຽນ​ຜ່ານ​ຈາກ​ປາຍ​ຝົນ​ຕົ້ນ​ໜາວ ມີ​ດັ່ງນີ້

  1. ອາຫານ​ລົດ​ເຜັດ​ຮ້ອນ​ຈາກ​ໝາກເຜັດ​ ແລະ ​ເຄື່ອງ​ຄຽງເຊັ່ນ ໝາກເຜັດ ຜັກຫອມບົ່ວ ກະ​ທຽມ ພິກ​ໄທ ຂີງ ຂ່າ ຂີ້ໝິ້ນ ​ຫົວສີໄຄ ໃບ​ກະ​ເພົາ ສະ​ໝຸນ​ໄພ​ຕ່າງໆ ທີ່​ຊ່ວຍ​ຫລຸດ​ອາການ​ຄັດ​ດັງ ເຊັ່ນ ໃບ​ບົວລະ​ພາ ການ​ພູ ນຳ​ມາ​ປະກອບ​ອາຫານ ຈຳ​ພວກ​ແກງ​ຮ້ອນ​ໆ ເຊັ່ນ ຕົ້ມ​ສົ້ມໄກ່ ຈະ​ຊ່ວຍ​ເຮັດໃຫ້​ຫາຍ​ໃຈ​ໂລ່ງ​ຂຶ້ນ ປັບ​ສົມ​ດຸນ​ພາຍ​ໃນ​ຮ່າງກາຍ​ໃຫ້​ປົກກະຕິ
  2. ການ​ດື່ມ​ນ້ຳ​ຫລາຍ​ໆ ຫລື ​ການ​ດື່ມ​ນ້ຳ​ອຸ່ນມື້​ລະ​ບໍ່​ຕ່ຳ​ກວ່າ 8 ຈອກ​ແທນ​ການ​ດື່ມ​ກາ​ເຟ​ ຫລື ​ນ້ຳ​ອັດ​ລົມ ຊ່ວຍ​ໃຫ້​ຮ່າງກາຍ​ອົບ​ອຸ່ນ ຫລຸດ​ອາການ​ໄຂ້​ຫວັດ​ໄດ້ ຊ່ວຍ​ໃຫ້​ທາງເດີນ​ຫາຍ​ໃຈ ​ແລະ ​ທາງເດີນ​ອາຫານ​ຊຸ່ມ​ຊື່ນ​ຂຶ້ນ ເສມ​ຫະ ​ຖືກ​ຂັບ​ອອກ​ງ່າຍ ​ແລະ​ຍັງ​ຍັບ​ຢັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ໄວ​ຣັສ​ໄດ້ນໍາ​ອີກ​ ໂດຍ​ເຄື່ອງ​ດື່ມ​ທີ່​ນິຍົມ​ດື່ມ​ນັ້ນ ເຊັ່ນ ນ້ຳ​ຂີງ ໂດຍ​ນຳ​ຂີງ​ສັບ 2 ບ່ວງ ກະ​ທຽມ​ສັບ 2-3 ກີບ ແຊ່​ໃນ​ນ້ຳ​ຟົດ 5 – 10 ນາ​ທີ ແລ້ວ​ຄົນ​ເປັນ​ຊາ​ດື່ມ ມີ​ສັບ​ຄຸນ​ຊ່ວຍ​ຂັບ​ເຫື່ອ ຊ່ວຍ​ໃຫ້​ລະບົບ​ທາງເດີນ​ຫາຍ​ໃຈ​ເຮັດວຽກ​ຄ່ອງ​ຂຶ້ນ ແຖມຍັງ​ຊ່ວຍ​ບັນ​ເທົາ​ອາການ​ເຈັບ​ທ້ອງ ທ້ອງ​ອືດ ແລະ ​ບັນ​ເທົາ​ອາການ​ຂໍ້​ອັກ​ເສບ​ໄດ້ນໍາ​ອີກ​
  3. ແກງ​ໄກ່​ຮ້ອນໆຊ່ວຍ​ບັນ​ເທົາ​ອາການ ​ຄັດ​ດັງ ອາການ​ໄອ ຊ່ວຍ​ກະຕຸ້ນ​ພູ​ມ​ຄຸ້ມ​ກັນ ພ້ອມ​ທັງ​ໃຫ້​ໂປ​ຕີນ​ທີ່​ດີ​ຕໍ່​ຮ່າງກາຍ ເຮັດໃຫ້​ຮ່າງກາຍ​ສົດ​ຊື່ນ​ຂຶ້ນ ອາດ​ເຕີ່ມ​ຜັກ​ຫລາຍ​ສີ​ເພີ່ມ​ປະໂຫຍດ​ຈາກ​ສານ ​ແອນ​ຕິ​ອອກ​ຊິ​ແດນ ເພື່ອ​ໃຫ້​ຮ່າງກາຍ​ແຂງ​ແຮ
  4. ສານ​ຕໍ່​ຕ້າ​ນອາ​ນຸ​ມູນ​ອິດ​ສະຫລະເຊັ່ນ ເບ​ຕາ​ແຄ​ໂລ​ທີນ ​ຫລື ​ວິ​ຕາ​ມິນ​ເອ ວິ​ຕາ​ມິນ​ຊີ ວິ​ຕາ​ມິນ​ອີ ຊ່ວຍ​ກຳຈັດ​ສິ່ງ​ແປກປອມ ​ແລະ ​ເຊື້ອ​ພະຍາດ​ອອກຈາກ​ຮ່າງກາຍ ຫລື​ ເລືອກ​ກິນຜັກ​ຫມາກໄມ້​ທີ່​ມີ​ສານ​ຕໍ່​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ສູງ ເຊັ່ນ ກາລົດ ຜັກ​ໃບ​ຂຽວ ໝາກສີດາ ໝາກລາແຊັງ ແຄນ​ຕາ​ລູບ ໝາກຫຸ່ງ​ສຸກ ເປັນ​ຕົ້ນ ເຊິ່ງ​ຫາ​ຊື້​ໄດ້​ງ່າຍ​ ແລະ ​ປະ​ຢັດ​ກວ່າ​ການ​ກິນ​ວິ​ຕາ​ມິນ​ຈາກ​ຢາ
  5. ຫອມຫົວໃຫ່ຍ ​ແລະ ​ກະ​ທຽມກະ​ທຽມ​ຊ່ວຍ​ປ້ອງ​ກັນ​ ແລະ ​ປິ່ນປົວ​ໄຂ້​ຫວັດ​ໄດ້​ຢ່າງ​ດີ ໂດຍ​ນຳ​ກະ​ທຽມ 1 ກີບນ້ອຍ ​ມາ​ຊອຍເປັນ​ບາງໆ ແລ້ວ​ໃຊ້​ບ່ວງ​ບີບ​ໃຫ້​ແຕກ ເທນ້ຳ​ຮ້ອນ​ລົງ​ໄປ 1 ຖ້ວຍ ປິດ​ຝາ​ຖິ້ມ​ໄວ້​ປະ​ມານ 5 ນາ​ທີ ແລ້ວ​ຕື່ມ​ນ້ຳ​ເຜິ້ງ ​ແລະ

ໝາກ​ນາວ​ລົງ​ໄປ ດື່ມ​ມື້​ລະ 2 ຖ້ວຍ ຈະ​ຊ່ວຍ​ຫລຸດ​ອາການ​ຫວັດ​ໃຫ້​ເບົາ​ບາງ​ລົງ ຫລື​ຕຳ​​ຫອມບົ່ວໃຫ່ຍ​ໃສ່​ຖ້ວຍ​ແລ້ວ​ດົມ​ຊ່ວຍ​ໃຫ້​ຫາຍ​ໃຈ​ໂລ່ງ​ຂຶ້ນ​ໄດ້

  1. ໂຢເກີດຊ່ວຍ​ກະຕຸ້ນ​ການເຮັດວຽກງານ​ຂອງ​ ເຊລເມັດ​ເລືອດ​ຂາວ ​ແລະ ​ເສີມ​ສ້າງ​ສານ​ແອນ​ຕິ​ບໍ​ດີ​ບາງ​ຊະນິດ ໂດຍ​ເລືອກ​ກິນ​ໂຢ​ເກີດ​ທຳມະຊາດ​ຊະນິດ​ໄຂ​ມັນ​ຕ່ຳ ນ້ຳ​ຕານ​ນ້ອຍ ແລະ​ ມີ​ຈຸລິນຊີ​ທີ່​ມີ​ປະໂຫຍດ​ທີ່​ມີ​ຊີວິດ​ຢູ່ ຈະ​ໄດ້ຮັບ​ປະໂຫຍດ​ຢ່າງ​ຫລວງຫລາຍ

ນອກ​ຈາກ​ນັ້ນ​ແລ້ວ ຄວນ​ຮັບປະທານ​ອາຫານ​ໃຫ້​ຄົບ 5 ໝູ່ ອອກ​ກຳ​ລັງ​ກາຍ ​ແລະ​ພັກ​ຜ່ອນ​ໃຫ້​ພຽງ​ພໍ​ມື້​ລະ​ 8 ຊົ່ວ​ໂມງ ອາ​ກາດ​ໜາວ​ກໍ​ຄວນ​ນຸ່ງເສື້ອ​ຜ້າ​ທີ່​ສາມາດ​ກັນ​ໜາວ​ໄດ້ ເພື່ອ​ສ້າງ​ພູ​ມ​ຄຸ້ມ​ກັນ ປ້ອງ​ກັນ​ພະຍາດ​ໄຂ້​ຫວັດ​ທີ່​ອາດ​ເກີດ​ຂຶ້ນ​ແຕ່​ຖ້າຫາກ​ອາການ​ບໍ່​ດີ​ຂຶ້ນ​ຄວນ​ພົບ​ແພດ​ເພື່ອ​ການ​ປິ່ນປົວ​ທີ່​ຖືກ​ວິທີ