spot_img
Homeຂ່າວຕ່າງປະເທດໂຮງໝໍແຫ່ງໜຶ່ງໃນປະເທດອົດສະຕຣາລີຕັດຂາຄົນໄຂ້ອອກຜິດເບື້ອງຍ້ອນໝາຍຈຸດຜ່າຕັດຜິດ

ໂຮງໝໍແຫ່ງໜຶ່ງໃນປະເທດອົດສະຕຣາລີຕັດຂາຄົນໄຂ້ອອກຜິດເບື້ອງຍ້ອນໝາຍຈຸດຜ່າຕັດຜິດ

Published on

ໂຮງໝໍ ໄຟຣດາດ ຄລີນິກ ໃນປະເທດອົດສະຕຣາລີເປີດເຜີຍເມື່ອວັນທີ 20 ເມສາ 2021 ທີ່ຜ່ານມາວ່າໄດ້ຕັດຂາຊາຍສູງອາຍ 82 ປີຜິດເບື້ອງ ຍ້ອນຄວາມຜິດພາດທີ່ຮ້າຍແຮງຂອງຜູ້ປະຕິບັດງານ.

ໂຮງໝໍດັ່ງກ່າວລະບຸວ່າ “ພວກເຮົາຕົກໃຈຢ່າງຍິ່ງທີ່ເມື່ອວັນອັງຄານ (ວັນທີ 18 ພຶດສະພາ) ເຖິງແມ່ນວ່າພວກເຮົາໄດ້ຮັບການຢັ້ງຢືນເລື່ອງມາດມາດຕະຖານກໍ່ຕາມແຕ່ກໍ່ໄດ້ຕັດຂາຜິດເບື້ອງຂອງຊາຍອາຍຸຸ 80ປີ ອອກແລ້ວ”

ສຳນັກຂ່າວຣອຍເຕີໃນອົດສະຕຣາລີລາຍງານວ່າ ຄົນໄຂ້ດັ່ງກ່າວຍັງບໍ່ຮູ້ວ່າຕົນເອງຖືກຕັດຂາຜິດເພາະອາອາການປ່ວຍກ່ອນ ແລະ ຫຼັງການຜ່າຕັດ ເຊິ່ງທາງໂຮງໝໍໄດ້ມາຂໍຄວາມຍິນຍອມແລ້ວ ແຕ່ຄຳເວົ້າຂອງຄົນໄຂ້ຍັງມີຂໍ້ຈຳກັດ.

ໂຮງໝໍ ໄຟຣດາດ ຄລີນິກ ເປີດເຜີຍວ່າຄວາມຜິດພາດນີ້ເກີດຂຶ້ນຈາກການໝາຍຈຸດຜ່າຕັດທີ່ຂາຜິດເບື້ອງກ່ອນການຜ່າຕັດ ເຊິ່ງໄດ້ຕັດຂາເບື້ອງຂວາອອກແທນຂາເບື້ອງຊ້າຍ.

ທາງໂຮງໝໍໄດ້ສະແດງຄວາມຮັບຜິດຊອບດ້ວຍສະເໜີ ການຊ່ວຍເຫຼືອທາງໃຈໃຫ້ຄົນໄຂ້ເຊິ່ງບໍ່ໄດ້ລະບຸວ່າຈະໃຫ້ການຊ່ວຍເຫຼືອໃນຮູບແບບໃດ ແລະ ໄຂ້ຍັງຕ້ອງອອກຂາເບື້ອງຊ້າຍອອກອີກຄັ້ງ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...