spot_img
Homeຂ່າວທ້ອງຖິ່ນຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ-19 ບ້ານດອນຕະລາດ

ຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ-19 ບ້ານດອນຕະລາດ

Published on

ໃນຕອນບ່າຍ ຂອງວັນທີ 17 ພຶດສະພາ ນີ້, ພັທ ຄຳແດງ ວົງຄຳສອນ ຄະນະຮັບຜິດຊອບຕ້ານພະຍາດໂຄວິດ-19 ເມືອງຈຳປາສັກ ຖະແຫຼງຊີ້ແຈງເຫດການ ທ້າວ ຄຳໄພ ກໍ່ອາລະວາດໂວຍວາຍ ຢູ່ຈຸດກວດກາຕ້ານພະຍາດໂດວິດ-19 ບ້ານດອນຕະລາດ ເມືອງຈຳປາສັກ ໃນວັນທີ 14 ພຶດສະພາ 2021 ເຊິ່ງມີລາຍລະອຽດ ດັ່ງນີ້:

ໃນວັນທີ 14 ພຶດສະພາ 2021 ເວລາ 16:00 ໂມງ ທ້າວ ຄຳໄພ ເອື້ອອາລີ ຫຼື ຕຸ້ຍ ອາຍຸ 37 ປີ ຢູ່ບ້ານທາງຄົບ ເມືອງຈໍາປາສັກ ແຂວງຈຳປາສັກ ຂີ່ລົດຈັກຍີ່ຫໍ້ຢິນຊິງ ສີແດງ ບໍ່ມີປ້າຍທະບຽນ, ພ້ອມຖືພ້າ ຍາວ 1 ດວງ, ບໍ່ໃສ່ຜ້າອັດປາກ-ດັງ ມາອາລະວາດ ຢູ່ຈຸດກວດກາຕ້ານໂຄວິດ-19 ຄຸ້ມແສນສຸກ ບ້ານດອນຕະລາດ ເມືອງຈໍາປາສັກ ເຊິ່ງແມ່ນຈຸດທີ່ຕັ້ງຢູ່ໜ້າໂຮງຮຽນ ມສ ດອນຕະລາດ ໂດຍໄດ້ຂີ່ລົດຈັກຜ່ານເຊືອກກັ້ນທາງຈຸດກວດກາ ໄປປະມານ 10 ແມັດ, ແລ້ວກັບຄືນ ເອົາພ້າມາຟັນໃສ່ໂຕະ ຂອງເຈົ້າໜ້າທີ່ ຈຳນວນ 3 ບາດ.

ຈາກນັ້ນ, ຜູ້ກ່ຽວກໍໄດ້ຂີ່ລົດຈັກ ມຸ້ງໜ້າເມືອບ້ານທາງຄົບ, ຮອດເວລາປະມານ 16:15 ໂມງ ຜູ້ກ່ຽວໄປຮອດຈຸດກວດກາຕ້ານໂຄວິດ-19 ເປັນຈຸດກວດກາວັດແທກອຸນຫະພູມຂອງເມືອງ ແລະ ໄດ້ຂີ່ຜ່າເຊືອກກັ້ນຈຸດກວດກາ ເອົາພ້າຟັນລົດຕົນເອງ ໃຊ້ທ່າທີ່ໂວຍວາຍ ກັບເຈົ້າໜ້າທີ່ ກວດກາຢູ່ຈຸດດັ່ງກ່າວ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳ ເນີນການສອບສວນ.

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ໃນວັນທີ 14 ພຶດສະພາ 2021 ເວລາປະມານ 9:00 ໂມງ  ໄດ້ອອກຈາກເຮືອນ ບ້ານທາງຄົບ ໂດຍຂັບຂີ່ລົດຈັກ ມຸ້ງໜ້າມາບ້ານດອນຕະລາດ, ຜູ້ກ່ຽວໄດ້ໄປຫາໝູ່ ຊື່ ທ້າວ ໄພມະນີ ແລະ ໄດ້ເອົາ ເງິນໃຫ້ ທ້າວ ໄພມະນີ 20.000 ກີບ ເພື່ອໄປຊື້ຢາບ້າ 2 ເມັດ ມາເສບນຳກັນ, ພາຍຫຼັງເສບຢາບ້າແລ້ວ, ຜູ້ກ່ຽວໄດ້ມາຫາ ພໍ່ກູນ ຢູ່ຄຸ້ມໂຄກອີໂຕນ ບ້ານດອນຕະລາດ ເຊິ່ງເປັນຊ່າງຕີພ້າ ພ້ອມທັງຂໍເງິນນຳພໍ່ກູນ 10.000 ກີບ.

ຫຼັງຈາກນັ້ນ, ພໍ່ກຸນ ຈຶ່ງໄດ້ບອກຜູ້ກ່ຽວວ່າ: ຖ້າຢາກໄດ້ເງິນເພີ່ມ ແມ່ນໃຫ້ເອົາພ້າ ໄປສົ່ງໃຫ້ ນາງ ວັນໄຊ ຢູ່ຄຸ້ມໜອງ ດອນຕະລາດ ແຕ່ເມື່ອໄປຮອດ ກໍ່ບໍ່ພົບ ນາງ ວັນໄຊ, ແລ້ວຜູ້ກ່ຽວ ຈຶ່ງໄດ້ຂີ່ລົດມາ ເຮືອນ ພໍ່ບົວລີ ຢູ່ຄຸ້ມໜອງຂີ້ເຫຼັກ ບ້ານດອນຕະລາດ ເຊິ່ງຜູ້ກ່ຽວໄດ້ດື່ມເຫຼົ້າ 1 ແກ້ວ (ແກ້ວM150) ແລະ ອີກ 1 ຈອກ, ແລ້ວຂໍເງິນນໍາ ພໍ່ບົວລີ  20.000 ກີບ.

ຕໍ່ມາ, ຜູ້ກ່ຽວໄດ້ຂີ່ລົດລົງເມືອ ທາງຄຸ້ມໂຄກອີໂດນ ແລ້ວໄດ້ແວ່ໃສ່ນໍ້າມັນ, ພາຍຫຼັງໃສ່ນໍ້າມັນລົດແລ້ວ ເກີດມີນໍ້າມັນຍ້ອຍ ຍ້ອນກະບິວລົດມີບັນຫາ, ຜູ້ກ່ຽວຈຶ່ງໄດ້ຂີ່ລົດ ພ້ອມທັງເອົາພ້າ ຟັນຫົວລົດຈັກ ພ້ອມຮ້ອງໂວຍວາຍໄປນໍາທາງ, ຈົນຮອດຈຸດກວດກາ ຄຸ້ມແສນສຸກ ບ້ານດອນຕະລາດ ໜ້າໂຮງຮຽນ ມສ ດອນຕະລາດ ຜູ້ກ່ຽວໄດ້ຜ່ານຈຸດກວດກາ ໄປປະມານ 10 ແມັດ ໃຊ້ພ້າຟັນລົດຈັກຂອງຜູ້ກ່ຽວ ພ້ອມທັງຮ້ອງໂວຍວາຍ ແລ້ວຂີ່ລົດກັບຄືນມາ, ໃນເວລານັ້ນ ຜູ້ກ່ຽວ ໄດ້ເອົາພ້າ ຟັນໂຕະບ່ອນເຮັດວຽກຂອງເຈົ້າໜ້າທີ່ 3 ບາດ ແລ້ວຜູ້ກ່ຽວ ກໍຂີ່ລົດມຸ້ງໜ້າມາຮອດຈຸດກວດກາວັດແທກອຸນຫະພູມຂອງເມືອງ ຜູ້ກ່ຽວໄດ້ຂີ່ລົດ ຜ່ານຈຸດກວດກາ ພ້ອມເອົາພ້າຟັນຫົວລົດ ຂີ່ກາຍໄປໄດ້ໄລຍະໜຶ່ງ ຜູ້ກ່ຽວກໍຂີ່ກັບຄືນມາຈຸດກວດກາອີກ.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນ ຍາດເອົາພ້າ ອອກຈາກມື ແລະ ໃຫ້ຜູ້ກ່ຽວມອດຈັກລົດ ແຕ່ຜູ້ກ່ຽວບໍ່ມອດ ໂດຍໃຫ້ເຫດຜົນວ່າ ມອດບໍ່ໄດ້. ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງດຶງສາຍໄຟຫົວທຽນລົດອອກ ເຮັດໃຫ້ລົດມອດ ແລ້ວໃຊ້ມືຕົບຫົວ 1 ບາດ, ພ້ອມທັງເວົ້າວ່າ: ເປັນຫຍັງຊິມອດບໍ່ໄດ້, ເຊິ່ງພວກກ່ຽວທັງສອງຄົນ ແມ່ນຮູ້ຈັກກັນດີ. ຫຼັງຈາກນັ້ນ, ທ້າວ ຄໍາໄພ ຈຶ່ງໄດ້ໂວຍວາຍຂຶ້ນອີກ ພ້ອມທັງເອົາກຳປັ້ນທຸບລົດຈັກຕົນເອງ, ສະນັ້ນເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນຄຸມຕົວ ແລະ ກັກຕົວຜູ້ກ່ຽວ.

ຜູ້ກ່ຽວ ຍັງສາລະພາບອີກວ່າ: ໄດ້ເສບຢາເສບຕິດ (ຢາບ້າ) ມານັບແຕ່ປີ 2019 ເປັນຕົ້ນມາ ແລະ ດື່ມເຫຼົ້າ ເປັນປະຈຳ, ຜ່ານການກວດການໍ້າປັດສະວະ ແມ່ນມີສີມ້ວງ. ຕໍ່ກັບການກະທຳຂອງ ທ້າວ ຄຳໄພ ເອື້ອອາລີ ເຈົ້າໜ້າທີ່ພວມສືບຕໍ່ສອບສວນ ປະກອບຂໍ້ມູນ ແລະ ຫຼັກຖານ; ສ່ວນ ປກສ ກຸ່ມ ຈະໄດ້ຄົ້ນຄວ້າ ນຳສະເໜີຂັ້ນເທິງ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ.

ໃນໂອກາດນີ້, ພັທ ຄຳແດງ ວົງຄຳສອນ ໄດ້ຮຽກ ຮ້ອງມາຍັງທົ່ວສັງຄົມ ຈົ່ງມີສະຕິໃນການບໍລິໂພກຂ່າວ ເພື່ອຫຼີກລ່ຽງການບໍລິໂພກ ຂ່າວທີ່ບໍ່ມີມູນຄວາມຈິງ ທີ່ເປັນການປັ່ນປ່ວນ ເຮັດໃຫ້ສັງຄົມບໍ່ ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...