spot_img
Homeຂ່າວຕ່າງປະເທດນາງງາມມຽນກັບປະເທດບໍ່ໄດ້ເພາະຖືກໝາຍຈັບຫຼັງຊູປ້າຍ "Pray for Myanmar"

ນາງງາມມຽນກັບປະເທດບໍ່ໄດ້ເພາະຖືກໝາຍຈັບຫຼັງຊູປ້າຍ “Pray for Myanmar”

Published on

ຊາວມຽນມາຮຽກຮ້ອງນານາຊາດໃຫ້ຊ່ວຍເຫຼືອປະເທດຂອງຕົນ ພ້ອມທັງຊ່ວຍປົກປ້ອງ ນາງງາມມຽນມາ ນາງ ທູຊາ ວິນ ລວິນ “Thuzar Wint Lwin” ເພາະນາງໄດ້ຖືກອອກໝາຍຈັບຈາກລັດຖະບານມຽນມາ ຫຼັງຈາກທີ່ໄດ້ຊູປ້າຍທີ່ມີຂໍ້ຄວາມວ່າ “Pray for Myanmar”.

ນາງ ທູຊາ ວິນ ລວິນ ໄດ້ໃຫ້ສຳພາດກັບທາງ ນິວຢອກທາມ ວ່າ ກ່ອນໜ້າທີ່ນາງຈະເດີນທາງມາທີ່ອາເມລິການັ້ນ ນາງຕ້ອງໄດ້ກວດເບິ່ງວ່າຕົວເອງມີຢູ່ໃນລາຍຊື່ທະຫານທີ່ຕ້ອງການຕົວ ຫຼື ບໍ່ ເພາະນາງເຫັນລາຍງານຂອງບຸກຄົນທີ່ມີຊື່ສຽງຖືກຄວບຄຸມຕົວໃນຂະນະທີ່ພວກເຂົາພະຍາຍາມເດີນທາງອອກນອກປະເທດ.

ຫຼັງຈາກເກີດການລັດຖະປະຫານໃນມຽນມາຂຶ້ນ ນາງ ທູຊາ ວິນ ລວິນ ໄດ້ເຂົ້າຮ່ວມເດີນຂະບວນກັບປະຊາຊົນມຽນມາຫຼາຍຄັ້ງ ນາງກ່າວວ່າການໂຈມຕີຂອງທະຫານເຮັດໃຫ້ປະເທດຕ້ອງຕົກຢູ່ໃນຄວາມຢ້ານກົວ “ທະຫານລາດຕະເວນໃນເມືອງທຸກມື້ ແລະ ບາງຄັ້ງພວກເຂົາກໍ່ຕັ້ງເຄື່ອງກີດຂວາງເພື່ອຂັດຂວາງຄົນທີ່ຜ່ານໄປມາ ໃນບາງຄັ້ງພວກເຂົາກໍ່ຍິງຄົນໂດຍບໍ່ລັງເລ ພວກເຮົາຢ້ານທະຫານຂອງເຮົາເອງ ເວລາພວກເຮົາພົບທະຫານ ພວກເຮົາເຮັດໄດ້ພຽງຮູ້ສຶກຄຽດ ແລະ ຮູ້ສຶກຢ້ານ”.

ແນວໃດກໍ່ຕາມ ມີຂໍ້ມູນເປີດເຜີຍວ່າຫຼັງຈາກຈົບການປະກວດແລ້ວ ນາງຈະເດີນທາງໄປທີ່ນິວຢອກ ເພື່ອໄປຫາ ບິວຕີ້ ເພື່ອນຊາວມຽນມາທີ່ເປັນນາງແບບໃນສັງກັດແຫ່ງໜຶ່ງ ແລະ ຈະເຮັດວຽກຮ່ວມກັນໃນງານ ນິວຢອກແຟຊັ່ນວີກ ທີ່ກຳລັງຈະເກີດຂຶ້ນ ຈົນກວ່າສະພາບການໃນປະເທດຈະດີຂຶ້ນ.

ກ່ອນໜ້ານີ້, ນາງ ຮານ ເລ ຜູ້ເຂົ້າປະກວດມີສແກຣນມຽນມາ ທີ່ເດີນທາງເຂົ້າມາປະກວດໃນປະເທດໄທ ກໍ່ໄດ້ສະແດງອອກ ແລະ ເວົ້າເຖິງສະພາບການໃນມຽນມາເຮັດໃຫ້ນາງຖືກອອກໝາຍຈັບ ແລະ ບໍ່ສາມາດກັບເຂົ້າໄປເທດບານເກີດໄດ້ ເນື່ອງຈາກມີຄວາມກັງວົນເລື່ອງຄວາມປອດໄພຂອງຕົນເອງ.

ນາງງາມມຽນມາ ນາງ ທູຊາ ວິນ ລວິນ “Thuzar Wint Lwin” ໄດ້ປະກົດຕົວເທິງເວທີ Miss Universe 2020 ເຖິງຈະຜ່ານເຂົ້າຮອບພຽງ 21 ຄົນສຸດທ້າຍ ແລະ ໄດ້ຮັບລາງວັນຊະນະເລີດຊຸດປະຈຳດີເດັ່ນ. ເຖິງແມ່ນວ່າຊຸດປະຈຳຊາດໂຕຈິງຈະຫາຍໄປພ້ອມກັບການເດີນທາງ ແຕ່ຊຸດທີ່ນາງສວມໃສ່ຂຶ້ນປະກວດເທິງເວທີກໍ່ເປັນຊຸດທີ່ຊົງອິດທິພົນບໍ່ໜ້ອຍ ເນື່ອງຈາກເປັນຊຸດທີ່ ທ່ານ ນາງ ອອງຊານ ຊູຈີ ເຄີຍສວມໃສ່ ແລະ ເທິງເວທີນາງໄດ້ສົ່ງສຽງໃຫ້ຄົນທົ່ວໂລກຮັບຮູ້ດ້ວຍການຍົກປ້າຍ “Pray for Myanmar”.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...