spot_img
Homeຂ່າວຕ່າງປະເທດພະຍາບານອີຕາລີພາດ! ຫຼົງສັກວັກຊີນໄຟເຊີເກືອບ 6 ເຂັມໃຫ້ຜູ້ມາຮັບວັກຊີນຄົນໜຶ່ງ

ພະຍາບານອີຕາລີພາດ! ຫຼົງສັກວັກຊີນໄຟເຊີເກືອບ 6 ເຂັມໃຫ້ຜູ້ມາຮັບວັກຊີນຄົນໜຶ່ງ

Published on

ແມ່ຍິງຄົນໜຶ່ງອາຍຸ 23 ປີ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຂອງໄຟເຊີ ແລະ ໄບອອນເທດເກືອບ 6 ເຂັມຕິດຕໍ່ກັນ ເມື່ອວັນອາທິດທີ່ຜ່ານມາ. ເຊິ່ງເຫດການດັ່ງກ່າວເຮັດໃຫ້ໂຮງໝໍຕ້ອງເຝົ້າຕິດຕາມອາການຢ່າງໃກ້ຊິດ ເພື່ອເຝົ້າລະວັງອາການ ແລະ ການຕອບສະໜອງຂອງພູມຄຸ້ມກັນຂອງຍິງສາວຄົນດັ່ງກ່າວນີ້ຕະຫຼອດ 24 ຊົ່ວໂມງ ຈົນປ່ອຍໃຫ້ກັບບ້ານໄດ້ເມື່ອວັນຈັນ.

ນາງ ດານຽວລາ ຈາເນລລີ ໂຄສົກຂອງໂຮງໝໍໂນອາ ເມືອງມັສຊາ ເຂດທັສການີ ຂອງອີຕາລີ ເປີດເຜີຍວ່າວັກຊີນຂວດໜຶ່ງສາມາດໃຊ້ໄດ້ 6 ໂດສ ແຕ່ພະຍາບານຄົນທີ່ສັກວັກຊີນໃຫ້ແມ່ຍິງຄົນນັ້ນຈົນເກືອບໝົດຂວດ ເມື່ອຈະສັກເຂັມທີ 5 ຈຶ່ງຮູ້ສຶກວ່າຕົວເອງພາດໄປແລ້ວ.

ນາງ ຈາເນລລີ ກ່າວຕື່ມວ່າຄົນເຈັບໄດ້ຮັບການສັກຢາປ້ອງກັນກ່ອນໝູ່ຂອງລາວ ເພາະວ່າລາວເປັນພະນັກງານຝຶກຫັດໃນພະແນກທາງຈິດວິທະຍາຂອງໂຮງໝໍແຫ່ງນີ້.

ສຳລັບການສືບສວນຂອງໂຮງໝໍທີ່ອອກມາ, ພົບວ່າການສັກຢາແມ່ນຄວາມຜິດພາດ ແຕ່ມັນກໍ່ເກີດຂື້ນໂດຍບໍ່ຕັ້ງໃຈ.

ໃນຕົ້ນເດືອນເມສາ, ລັດຖະບານອີຕາລີໄດ້ອອກກົດໝາຍທີ່ກຳນົດໃຫ້ບກຄະລາກອນແພດ ແລະ ແພດການຢາທຸກຄົນຕ້ອງໄດ້ຮັບການສັກຢາ. ເພື່ອປົກປ້ອງພະນັກງານເຫຼົ່ານີ້, ຄົນເຈັບ ແລະ ບຸກຄົນທີ່ອອ່ນໄຫວຕໍ່ໂຣກ. ແຕ່ຖ້າບຸກຄະລາກອນແພດຄົນໃດບໍ່ໄດ້ສັກຢາ ກໍ່ຈະໄດ້ເຮັດວຽກອື່ນ ຜູ້ທີ່ບໍ່ຕ້ອງສຳພັດກັບຄົນເຈັບແທນ.

ເຖິງຢ່າງໃດກໍ່ຕາມ, ກົດໝາຍດັ່ງກ່າວໄດ້ຖືກຕັ້ງຂໍ້ສັງເກດວ່າອາດຂັດຕໍ່ລັດຖະທຳມະນູນ ແລະ ອາດຈະປະເຊີນກັບການດຳເນີນຄະດີໃນອະນາຄົດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...