spot_img
Homeຂ່າວຕ່າງປະເທດກົບຍັກ ນໍ້າໜັກເກືອບ 1 ກິໂລ ທີ່ ເກາະໂຊໂລມອນ

ກົບຍັກ ນໍ້າໜັກເກືອບ 1 ກິໂລ ທີ່ ເກາະໂຊໂລມອນ

Published on

ຊາວບ້ານເຂດເທິງເກາະໂຊໂລມອນ (Solomon Island) ເຊິ່ງຕັ້ງຢູ່ພາກໃຕ້ຂອງປາຊີຟິກ, ຕົກໃຈ ຫຼັງຈາກເຂົ້າໄປລ່າສັດໃນປ່າ ແຕ່ພັດເຫັນ “ກົບຍັກ” ທີ່ມີຂະໜາດ ຊໍ້າແອນ້ອຍ ແລະ ມີນໍ້າໜັກ ເກືອບ 1 ກິໂລ.

ເມື່ອວັນທີ 10 ພຶດສະພາ ທີ່ຜ່ານມານີ້, ເວັບໄຊທ໌ຂ່າວ Daily Mail ໄດ້ລາຍງານວ່າ: ທ້າວ ຈີມມີ້ ຮູໂກ (Jimmy Hugo), ອາຍຸ 35 ປີ, ເຈົ້າຂອງໂຮງໄມ້ ທີ່ເມືອງ ໂຮໄນຣ່າ (Honira) ຢູ່ເກາະໂຊໂລມອນ (solomon) ບັງເອີນເຫັນກົບຍັກໂຕໜຶ່ງ ຕອນທີ່ກຳລັງລ່າໝູປ່າໃນປ່າ ລາວເລີຍໄດ້ເອົາກົບເມື່ອເຮືອນນຳ ແຕ່ມັນແມ່ນຕາຍກ່ອນໜ້ານີ້ແລ້ວ ແລະ ເມື່ອລາວເອົາມັນມາໃຫ້ລູກຊາຍອຸ້ມ, ພົບວ່າມັນມີຄວາມຍາວຊໍາເຄິ່ງໂຕ ຂອງລູກລາວ.

ກົບຍັກໂຕນີ້ ເປັນກົບສາຍພັນ ຄໍນູເຟີ້ ກັບປີ້ (Cornufer guppyi) ເຊິ່ງເປັນສາຍພັນທ້ອງຖິ່ນ ທ້າວ ຈີມມີ້ ກ່າວວ່າ: ລາວຮູ້ຈັກກົບຊະນິດນີ້ ແຕ່ບໍ່ເຄີຍເຫັນໂຕໃຫຍ່ຊໍານີ້ມາກ່ອນ ແລະ ຄົນແຖວນີ້ ເອີ້ນ ກົບສາຍພັນນີ້ວ່າ ໄກ່ປ່າ ແລະ ມັກກິນກົບຊະນິດນີ້ຫຼາຍກວ່າໄກ່ອີກ ແຕ່ມັນເປັນກົບທີ່ຫາຍາກ.

ທ້າວ ຈີມມີ້ ໄດ້ກ່າວອີກວ່າ: ຫຼັງຈາກຈັບມັນຖ່າຍຮູບແລ້ວ, ລາວກໍເອົາມັນມາເຮັດອາຫານ ແລະ ລາວຫວັງວ່າ: ເທື່ອໜ້າ ລາວຢາກເຈີກົບ ຕອນຍັງບໍ່ທັນຕາຍ ເພື່ອຈະນຳເອົາມັນມາລ້ຽງໄວ້.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...