Homeຂ່າວຕ່າງປະເທດແພດອິນເດຍ ແລະ ຫຼາຍຝ່າຍຮຽກຮ້ອງໃຫ້ລັດຖະບານລ໋ອກດາວທັງປະເທດ

ແພດອິນເດຍ ແລະ ຫຼາຍຝ່າຍຮຽກຮ້ອງໃຫ້ລັດຖະບານລ໋ອກດາວທັງປະເທດ

Published on

ສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນ ອິນເດຍ ທີ່ຕອນນີ້ລາມຈາກຕົວເມືອງໃຫຍ່ ໄປຫາເຂດຊົນນະບົດ ສົ່ງຜົນໃຫ້ຕອນນີ້ແພດໃນໂຮງໝໍຕ່າງໆ ຍັງຄົງເຮັດວຽກໜັກຢ່າງຕໍ່ເນື່ອງ ເປັນເວລາຫຼາຍເດືອນ ຫຼັງພົບເຊື້ອໂຄວິດກາຍພັນ.

ແຫຼ່ງຂ່າວເປີດເຜີຍວ່າ: ຕອນນີ້, ມີແພດ ແລະ ບຸດຂະລາກອນທາງການແພດ ເສຍຊີວິດຢ່າງຕໍ່ເນື່ອງ ຈາກການຕິດເຊື້້ອ ຫຼາຍກວ່າ 860 ຄົນ ໂດຍໃນຈຳນວນນີ້ ມີ 116 ຄົນ ທີ່ເສຍຊີວິດໃນເວລາບໍ່ຮອດ 1 ເດືອນ ນັບຕັ້ງແຕ່ມີການລະບາດຮອບ 2 ສົ່ງຜົນໃຫ້ເກີດກະແສຮຽກຮ້ອງຈາກຫຼາຍຝ່າຍຫຼາຍຂື້ນ ເພື່ອຂໍໃຫ້ລັດຖະບານໃຊ້ມາດຕະການເຂັ້ມງວດ ຄືການລ໋ອດດາວທັງປະເທດ ເພື່ອສະກັດກັ້ນເຊື້ອພະຍາດຢ່າງໂດຍໄວ.

ປັດຈຸບັນ, ອິນເດຍຍັງບໍ່ທັນປະກາດ ລ໋ອກດາວປະເທດ ເຊັ່ນດຽວກັບປີຜ່ານມາ ແຕ່ລັດຖະບານເຄິ່ງໜຶ່ງ ກໍປະກາດມາດຕະການລ໋ອກດາວເຕັມຮູບແບບແລ້ວ ສ່ວນລັດທີ່ເຫຼືອແມ່ນ ມີການບັງຄັບໃຊ້ມາດຕະການລ໋ອກດາວພຽງບາງສ່ວນເທົ່ານັ້ນ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...