spot_img
Homeຂ່າວຕ່າງປະເທດເຝົ້າລະວັງຂັ້ນສູງສຸດ! ສາຍພັນອິນເດຍ ເຂົ້າສູ່ປະເທດໄທ

ເຝົ້າລະວັງຂັ້ນສູງສຸດ! ສາຍພັນອິນເດຍ ເຂົ້າສູ່ປະເທດໄທ

Published on

ແພດຍິງ ອະພິສະໄໝ ສີລັງສັນ, ສູນບໍລິຫານການແຜ່ລະບາດຂອງເຊື້ອພະຍາດ (ສບຄ) ຜູ້ຊ່ວຍໂຄສົກ ຖະແຫຼງການ: ກວດພົບເຊື້ອສາຍພັນອິນເດຍ ຈາກຜູ້ເດີນທາງມາຈາກປາກີສະຖານ ເປັນກໍລະນີທຳອິດ, ພົບວ່າແມ່ນ ເພດຍິງ ສັນຊາດໄທ ອາຍຸ 42 ປີ, ຖືພາ 25 ອາທິດ, ເຄີຍອາໄສ ຢູ່ທີ່ປະເທດປາກີສະຖານ ແລະ ເດີນທາງມາຮອດປະເທດໄທ ຕັ້ງແຕ່ວັນທີ 24 ເດືອນເມສາ ທີ່ຜ່ານມາ ແລະ ໄດ້ແວະພັກຢູ່ ປະເທດດູໄບ, ໂດຍເດີນທາງ ມາພ້ອມກັບ ລູກຊາຍ 3 ຄົນ, ອາຍຸ 4 ປີ, 6 ປີ, ແລະ 8 ປີ, ພັກຢູ່ໃນສະຖານທີ່ກັກຕົວ ກັບລູກຊາຍ ອາຍຸ 4 ປີ ວັນທີ 26 ເມສາ ພົບວ່າມີເຊື້ອເປັນບວກ ຢືນຢັ້ນວ່າ ຕິດເຊື້ອໂຄວິດ-19 ເຊິ່ງທາງກົມຄວບຄຸມພະຍາດ ກວດພົບວ່າ ເປັນສາຍພັນອິນເດຍ ເຮັດໃຫ້ໃນກອງປະຊຸມຂອງກະຊວງສາທາລະນະສຸກ ໄດ້ມີກາຍປຶກສາຫາລື ເພາະມີຄວາມກັງວົນວ່າ: ຈະມີເຊື້ອກາຍພັນໃນປະເທດໄທ, ຈຶ່ງໄດ້ເຝົ້າລະວັງ ແລະ ແຈ້ງໃຫ້ພະແນກການແພດ ຮ່ວມເຮັດວຽກກັບໂຮງຮຽນກົມຄວບຄຸມພະຍາດ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເຝົ້າລະວັງສູງສຸດໃນເລື່ອງຂອງພະຍາດກາຍພັນ.

ແພດຍິງ ອະພິສະໄໝ ກ່າວວ່າ: ນອກຈາກນີ້, ຍັງໄດ້ເນັ້ນໄປຫາຝ່າຍປົກຄອງ ໃຫ້ປ້ອງກັນການລັກລອບເຂົ້າປະເທດ, ໃນເວລາດຽວກັນ ປະຊາຊົນໄທທີ່ຕ້ອງການກັບຄືນປະເທດ ຂໍໃຫ້ເຂົ້າມາຕາມກົດລະບຽບທີ່ຖືກຕ້ອງ ແລະ ລັດຖະບານຈະເບິ່ງແຍງຄວາມປອດໄພ. ພ້ອມຂໍຄວາມຮ່ວມມືກັບປະຊາຊົນໃນພື້ນທີ່ ຊ່ວຍກັນເປັນຫູເປັນຕາ ຫາກພົບເຫັນການລັກລອບເຂົ້າເມືອງແບບຜິດກົດໝາຍ ໃຫ້ແຈ້ງໄປຍັງໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງປະຈຸບັນນີ້ ເນັ້ນໄປຫາເລື່ອງການຈັດຫາ ແລະ ສັກວັກຊີນໃຫ້ກັບບຸກຄະລາກອນທີ່ຢູ່ດ່ານໜ້າ ລວມເຖິງ ພະນັກງານທີ່ປະຕິບັດໜ້າທີ່ ບໍລິເວນຊາຍແດນອີກດ້ວຍ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...