spot_img
Homeຂ່າວທ້ອງຖິ່ນສັກວັກຊີນປ້ອງກັນໂຄວິດ-19 ຕ້ອງເສຍເງິນທີ່ເມືອງໂຂງຄືຂ່າວປອມ! ປະຊາຊົນຢ່າຫຼົງເຊື່ອ

ສັກວັກຊີນປ້ອງກັນໂຄວິດ-19 ຕ້ອງເສຍເງິນທີ່ເມືອງໂຂງຄືຂ່າວປອມ! ປະຊາຊົນຢ່າຫຼົງເຊື່ອ

Published on

ອີງຕາມການລາຍງານຈາກວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ ປັດຈຸບັນ ຍັງມີປະກົດການຫຍໍ້ຂອງຄົນບໍ່ຫວັງດີສ້າງຂ່າວປັ່ນປ່ວນກ່ຽວກັບການສັກວັກຊີນປ້ອງກັນໂຄວິດ-19 ທີ່ສ້າງຄວາມເຂົ້າໃຈຜິດໃຫ້ແກ່ປະຊາຊົນ ໂດຍຈາກຂໍ້ມູນທີ່ສື່ສັງຄົມອອນລາຍ (ເຟສບຸ໊ກ)ມີຊື່ວ່າ: ເພັດນ້ອຍ ໜໍ່ພູໄທ ໄດ້ນຳເອົາຮູບພາບ ແລະ ຄຣິບສຽງປະກອບເຂົ້າ ເປັນເນື້ອໃນຂ່າວວ່າ ປະຊາຊົນຊາວເມືອງໂຂງ ໄປຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເສຍຄ່າບໍລິການ ຖ້າເປັນປະຊາຊົນແມ່ນເສຍຄົນລະ 600.000 ກີບ ແລະ ຖ້າເປັນພະນັກງານລັດເສຍຄົນລະ 50.000 ກີບ ໄດ້ແຜ່ອອກໄປກໍເຮັດໃຫ້ປະຊາຊົນທີ່ບໍ່ຮູ້ຫຼົງເຊື່ອ ແລະ ຄິດວ່າແມ່ນຄວາມຈິງ. ຂໍ້ມູນທີ່ລົງທາງສື່ສັງຄົມອອນລາຍນີ້ ເປັນການສ້າງຄວາມປັ່ນປວນ ແລະ ໃສ່ຮ້າຍປ້າຍສີ. ສະນັ້ນ, ຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ເມືອງໂຂງ ຈຶ່ງຂໍຢັ້ງຢືນອີກຄັ້ງຂ່າວດັ່ງກ່າວ ເປັນພຽງ (ຂ່າວປອມ) ບໍ່ມີມູນຄວາມຈິງ.

ຕໍ່ກັບເລື່ອງນີ້ທາງຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ເມືອງໂຂງ ຈຶ່ງໄດ້ເຮັດບົດລາຍງານ ເລກທີ 017/ຈມຂ, ລົງວັນທີ 7 ພຶດສະພາ 2021 ເລື່ອງ: ການເຄື່ອນໄຫວວຽກງານສັກຢາວັກຊີນປ້ອງກັນພະຍາດໂຄວິດ-19.

ກ່ຽວກັບການບໍລິການເຄື່ອນໄຫວສັກວັກຊີນປ້ອງກັນພະຍາດໂຄວິດ-19 ພາຍໃນເມືອງໂຂງ ເຊິ່ງທາງພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ລົງສົມທົບກັບຫ້ອງການສາທາລະນະສຸກເມືອງ ໂດຍມີການຈັດຕັ້ງຈຸດສັກຢາຢູ່ໂຮງໝໍເມືອງ; ໃນນັ້ນ ໄດ້ໃຊ້ທິມງານແພດເຄື່ອນທີ່ໄປບ່ອນຊຸມຊົນ 1 ທີມເປັນຕົ້ນ: ຈຸດໂຮງໝໍນ້ອຍນາກະສັງ, ໂຮງໝໍນ້ອຍຂີ້ນາກ, ໂຮງໝໍນ້ອຍໂພນສະອາດ ແລະ ຈຸດຕະຫຼາດເມືອງແສນ ຊຶ່ງການສັກຢາດັ່ງກ່າວແມ່ນບໍລິການຟຣີໃຫ້ກັບປະຊາຊົນ.

ສຳລັບການເກັບເງິນຄ່າບໍລິການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ນຳປະຊາຊົນຊາວເມືອງໂຂງ ແມ່ນບໍມີມູນຄວາມຈິງຕາມທີ່ສື່ສັງຄົມອອນລາຍໄດ້ກ່າວ ເພາະວ່າສະຖານທີ່ສັກຢາ, ແພດ ແລະ ຜູ້ທີ່ສັກວັກຊີນໃນຄຣິບດັ່ງກ່າວບໍ່ແມ່ນສະຖານທີ່ຂອງເມືອງ, ແພດ ແລະ ບຸກຄົນທີ່ມາຮັບວັກຊີນກໍບໍ່ແມ່ນຢູ່ບັນດາຈຸດຮັບບໍລິການສັກວັກຊີນຂອງເມືອງໂຂງ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...