spot_img
Homeຂ່າວຕ່າງປະເທດແຄມເປນ "ຍ້າຍອອກຈາກປະເທດໄທ" ມີໄວໜຸ່ມໄທຫຼາຍແສນຄົນເຂົ້າຮ່ວມ

ແຄມເປນ “ຍ້າຍອອກຈາກປະເທດໄທ” ມີໄວໜຸ່ມໄທຫຼາຍແສນຄົນເຂົ້າຮ່ວມ

Published on

ນັກສຶກສາໄທ ແລະ ຜູ້ຊ່ຽວຊານໄວໜຸ່ມຫຼາຍແສນຄົນບໍ່ພໍໃຈກັບການຈັດການກັບການລະບາດໂຄວິດ-19 ຂອງລັດຖະບານ ແລະ ການສັກວັກຊີນທີ່ລ້າຊ້າ ຈຶ່ງໄດ້ຈັດຕັ້ງກຸ່ມອອນລາຍເພື່ອຫາລືກ່ຽວກັບວິທີການລາອອກຈາກປະເທດໃຫ້ໄດ້ຜົນດີ.

ກຸ່ມ Facebook ທີ່ມີຊື່ວ່າ “ Migrate” ໄດ້ລວມສະມາຊິກຫຼາຍກວ່າ 800,000ຄົນໃນເວລາບໍ່ຮອດ 1 ອາທິດຫຼັງຈາກການຕັ້ງກຸ່ມ ໄດ້ການເປັນເວທີສຳລັບຜູ້ຄົນທີ່ເຂົ້າມາໂອ້ລົມກ່ຽວກັບແນວທາງການຍ້າຍຖິ່ນຖານໂດຍມີຜູ້ເຂົ້າຮ່ວມຂໍຄຳແນະນຳ ແລະ ຄົນໄທທີ່ອາໄສຢູ່ຕ່າງປະເທດໄດ້ແບ່ງປັນຂໍ້ມູນ. ປະເທດອາເມລິກາ, ອອສເຕເລຍ, ຍີ່ປຸ່ນ, ການາດາ ແລະ ເຢຍລະມັນ ຕິດຈຸດໝາຍປາຍທາງທີ່ສະມາຊິກຕ້ອງການຍ້ານໄປເພື່ອຄົ້ນຫາອານາຄົດທີ່ດີກວ່າ.

ເຖິງແມ່ນວ່າປັດຈຸບັນ, ສະມາຊິກໃນກຸ່ມຈະມີປະມານ 1.3% ຂອງພົນລະເມືອງໃນປະເທດ ແຕ່ບັນຊີລາຍຊື່ກໍ່ພຽງພໍທີ່ຈະຢູ່ໃນອັນດັບທີ 27 ຈາກ 77 ແຂວງທົ່ວປະເທດ ມີຄົນສະມັກເຂົ້າເປັນສະມາຊິກຈຳນວນເພີ່ມຂຶ້ນສອງເທົ່າຂອງ “ລາຍ” ເທິງໜ້າເພສຂອງກະຊວງສາທາລະນະສຸກ.

ປະເດັນທີ່ໂອ້ລົມກັນສ່ວນໃຫຍ່ແມ່ນກ່ຽວກັບໂອກາດໃນການທຳງານ ແລະ ຄວາມໝັ້ນຄົງທີ່ດີກວ່າໃນປະເທດອື່ນໆທີ່ສາມາດນຳມາປຽບທຽບກັບໂອກາດທີ່ໜ້ອຍກວ່າໃນປະເທດໄທເຊິ່ງມີສະມາຊິກເປັນໄວໜຸ່ມຈຳນວນຫຼາຍ. ການລະບາດຂອງໂຄວິດ-19 ຮອບທີສາມຂອງປະເທດເປັນການລະບາດທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ມີການລະບາດມາ ແລະ ການເປີດຕົວວັກຊີນທີ່ລ້າຊ້າໄດ້ກະຕຸ້ນໃຫ້ເກີດຄວາມບໍ່ພໍໃຈຕໍ່ລັດຖະບານ.

ໃນຂະນະນີ້,​ ທ່ານ ປະຍຸດ ຈັນໂອຊາ ບໍ່ໄດ້ສະແດງຄວາມຄິດເຫັນໃດກ່ຽວກັບແຄມເປນອອນລາຍດັ່ງກ່າວ ແຕ່ກະຊວງດີຈີທັລເພື່ອເສດຖະກິດ ແລະ ສັງຄົມກ່າວວ່າກຳລັງຕິດຕາມກຸ່ມນີ້ຢ່າງໃກ້ຊິດ ແລະ ອາດຈະດຳເນີນການທາງກົດໝາຍກ່ຽວກັບເນື້ອໃນທີ່ຜິດຕໍ່ກົດໝາຍ.

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...