spot_img
Homeຂ່າວທ້ອງຖິ່ນເກັບກຳຂໍ້ມູນແຮງງານນອກລະບົບປະກັນສັງຄົມແລະປະຊາຊົນທຸກຍາກ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

ເກັບກຳຂໍ້ມູນແຮງງານນອກລະບົບປະກັນສັງຄົມແລະປະຊາຊົນທຸກຍາກ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

Published on

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ກ່ຽວກັບ ການເກັບກຳຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກເນື່ອງຈາກ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ເພື່ອສຶບຕໍ່ປະຕິບັດການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນໂຄວິດ-19 ທີ່ລັດຖະບານວາງອອກ ແລະ ເພື່ອເກັບກຳຂໍ້ມູນຜູ້ທຸກຍາກເດືອດຮ້ອນ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງໂຄວິດ-19 ໃນ ປີ 2021 ນີ້, ເຊິ່ງກຸ່ມເປົ້າໝາຍແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກ ທີ່ໄດ້ຮັບຜົນກະທົບຈາການລະບາດຂອງພະຍາດໂຄວິດ-19 ສະນັ້ນ, ເພື່ອໃຫ້ມີຂໍ້ມູນຕິດພັນກັບຜູ້ທີ່ໄດ້ຮັບຜົນກະທົບ, ກຳນົດວິທີການ, ເງື່ອນໄຂ ແລະ ມາດຕະການໃຫ້ການຊ່ວຍເຫຼືອ ເພື່ອລາຍງານໃຫ້ລັດທະບານພິຈາລະນາ ໃຫ້ທັນກັບສະພາບການ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງແຈ້ງມາຍັງທ່ານ ດັ່ງນີ້:

ໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ, ນະຄອນ, ເມືອງ ແລະ ບ້ານເປົ້າໝາຍ ເພື່ອເກັບກໍາຂໍ້ມູນຜູ້ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ໂດຍສະເພາະແມ່ນ ແຮງງານທີ່ຢູ່ນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ ຕາມເງື່ອນໄຂດັ່ງນີ້:

– ກຸ່ມເປົ້າໝາຍ:

  • ແຮງງານທີ່ຢູ່ນອກ ລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ
  • ເປັນບຸກຄົນ ຄອບຄົວທຸກຍາກ ແລະ ມີຄວາມເດືອດຮ້ອນ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍໄດ້ຮັບການຢັ້ງຢືນຈາກນາຍບ້ານ
  • ເປັນຄົນລາວທີ່ມີສຳມະໂນຄົວ ຫຼື ໃບອະນຸຍາດພັກເຊົາ ຢູ່ບ້ານໃນເວລາເກັບກຳຂໍ້ມູນ
  • ຄອບຄົວທີ່ບໍ່ແມ່ນພະນັກງງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງງານບຳນານ ແລະ ຜູ້ທີ່ໄດ້ເຂົ້າປະກັນສັງຄົມ.

– ວິທີເກັບກໍາຂໍ້ມູນ ຕາມແຈ້ງການຂັ້ນເທິງ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...