HomeມູມໄອທີລາວApp ອັດສະລິຍະ! ພຽງໃຊ້ກ້ອງສະແກນ ໂຈດເລກທາງຄະນິດສາດ ກໍຈະໄດ້ຄຳຕອບທັນທີ!

App ອັດສະລິຍະ! ພຽງໃຊ້ກ້ອງສະແກນ ໂຈດເລກທາງຄະນິດສາດ ກໍຈະໄດ້ຄຳຕອບທັນທີ!

Published on

EyWwB5WU57MYnKOuFHKxVv5bQDk0taommWiuxARgY4k1XsZEWIgKsZ

 

ຄະນິດສາດຄົງບໍ່ແມ່ນເລື່ອງຍາກອີກຕໍ່ໄປ ເມື່ອແອັບພລິເຄຊັ່ນອັດສະລິຍະ ສາມາດຕອບໂຈດຍາກໆທາງຄະນິດສາດ

ພຽງແຕ່ເປີດກ້ອງ ແລະ ສະແກນກໍຈະໄດ້ຄຳຕອບທັນທີ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລານີ້ວ່າ ຄວາມກ້າວໜ້າຂອງແອັບພລິເຄຊັ່ນເທິງສະມາດໂຟນ ເຊິ່ງ

ໄດ້ລ້ຳໜ້າໄປໄກຂຶ້ນເລື້ອຍໆ ເຖິງຂັ້ນບໍລິສັດ ໂຟໂຕ້ແມັດ (Photo Math) ໄດ້ຄິດຄົ້ນແອັບພລິເຄຊັ່ນສຸດອັດສະລິຍະ ຊື່

” ໂຟໂຕແມັດ ” ຕາມຊື່ຂອງບໍລິສັດ ທີ່ເຮັດໃຫ້ອີກບໍ່ດົນຕໍ່ຈາກນີ້ ພວກເຮົາຈະສາມາດຕອບໂຈດທາງຄະນິດສາດທີ່

ເຫັນວ່າຍາກໆໄດ້ຢ່າງງ່າຍດາຍຂຶ້ນ ພຽງແຕ່ເປີດໜ້າກ້ອງເທິງສະມາດໂຟນ ທີ່ມີການຕິດຕັ້ງແອັບພລິເຄຊັ່ນ Photo

Math ແລ້ວນຳໄປສະແກນເອົາໂຈດຄະນິດສາດໃນໜ້າເຈ້ຍ ກໍຈະໄດ້ຮັບຄຳຕອບອອກມາທັນທີໂລດ.

 

ທາງຜູ້ພັດທະນາແອັບພລິເຄຊັ່ນດັ່ງກ່າວ ໄດ້ເປີດເຜີຍວ່າ ໂຟໂຕ້ແມັດ ຈະຖືກພັດທະນາໃຫ້ມີຄວາມສົມບູນແບບທີ່

ສຸດ ກ່ອນທີ່ຈະເປີດໃຫ້ນຳໃຊ້ຢ່າງເປັນທາງການ ກໍຕ້ອງໄດ້ລໍຖ້າອີກບໍ່ດົນ ພາຍໃນປີ 2015 ນີ້!

 

ປ໊າດໂທ! ທັນສະໄໝ ແລະ ອັດສະລິຍະແນວນີ້ ເມື່ອມັນອອກມາໃຫ້ນຳໃຊ້ຢ່າງເຕັມຮູບແບບແລ້ວ ກໍຫວັງວ່ານັກຮຽນ,

ນັກສຶກສາ ແລະ ປັນຍາຊົນລາວເຮົາ ຄົງຈະນຳໃຊ້ເຕັກໂນໂລຊີທີ່ກ້າວລ້ຳຄືແນວນີ້ໃຫ້ຖືກທາງທີ່ມີປະໂຫຍດ, ຫວັງວ່າ

ໃນເວລາສອບເສັງ ຄົງຈະບໍ່ມີໃຜລັກເອົາແອັບ Photo Math ດັ່ງກ່າວນີ້ ອອກມາສະແກນບັ້ງເລກ ເພື່ອເອົາຄະແນນ

ດອກເນາະ! 🙂

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...