spot_img
Homeຂ່າວຕ່າງປະເທດກອງທັບມຽນມາໄດ້ປ່ອຍໂຕນັກໂທດຫຼາຍກວ່າ 20,000 ຄົນ ເພື່ອເປັນຂອງຂວັນປີໃໝ່ ເນື່ອງໃນເທດສະການ “ຕະຈານ” ຫຼື ສົງການຂອງມຽນມາ.

ກອງທັບມຽນມາໄດ້ປ່ອຍໂຕນັກໂທດຫຼາຍກວ່າ 20,000 ຄົນ ເພື່ອເປັນຂອງຂວັນປີໃໝ່ ເນື່ອງໃນເທດສະການ “ຕະຈານ” ຫຼື ສົງການຂອງມຽນມາ.

Published on

ໃນວັນທີ 17 ເມສາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ທາງກອງທັບມຽນມາໄດ້ປ່ອຍໂຕນັກໂທດເປັນຂອງຂວັນເນື່ອງໃນໂອກາດງານເທດສະການ “ຕະຈານ” ຫຼື ສົງການຂອງມຽນມາເປັນຈໍານວນຫຼາຍກວ່າ 23,184 ຄົນ ແຕ່ຄາດວ່ານັກໂທດທີ່ໄດ້ຮັບການປ່ອຍໂຕນັ້ນສ່ວນໃຫຍ່ບໍ່ແມ່ນນັກໂທດການເມືອງ ແລະ ຜູ້ຊຸມນຸມທີ່ຖືກຈັບໂຕໄປກ່ອນໜ້າການປະທ້ວງຕໍ່ຕ້ານການຢືດອໍານາດ ຂອງກອງທັບມຽນມາຕັ້ງແຕ່ 1 ກຸມພາ.

ສະມາຄົມໃຫ້ຄວາມຊ່ວຍເຫຼືອນັກໂທດການເມືອງ ໄດ້ລະບຸວ່າຈໍານວນຂອງຜູ້ຖືກຈັບເພິ່ມຂື້ນເປັນຢ່າງຕໍ່າ 1,314 ຄົນ ລວມເຖິງ ນາງ ອອງຊານ ຊູຈີ ຜູ້ນໍາພັກສະມັດຊາແຫ່ງຊາດເພື່ອປະຊາທິປະໄຕ. ສ່ວນໂຕເລກຜູ້ເສຍຊີວິດຈາກການປາບປາມດ້ວຍອາວຸດສົງຄາມຂອງກອງທັບມຽນມາເພິ່ມຂື້ນຢ່າງຕໍ່າ 728 ຄົນ ແລະ ຍັງມີການຕິດຕາມຈັບກຸ່ມຜູ້ປະທ້ວງອີກຫຼາຍກວ່າ 200 ຄົນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...