spot_img
Homeຂ່າວຕ່າງປະເທດກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ໃນມື້ດຽວ ຈຳນວນ 576 ຄົນ

ກຳປູເຈຍພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ໃນມື້ດຽວ ຈຳນວນ 576 ຄົນ

Published on

ສຳນັກຂ່າວ ຮອຍເຕີ້-ກຳປູເຈຍ ລາຍງານວ່າ: ມີຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ເພີ່ມຂື້ນເຖິງ 576 ຄົນ (ໃນວັນທີ 9 ເມສາ 2020) ການຕິດເຊື້ອເພີ່ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ພົບການລະບາດຮອບໃໝ່ ໃນ 7 ອາທິດກ່ອນ ເຊື່ງເຮັດໃຫ້ມີຜູ້ຕິດເຊື້ອ ເພີ່ມຂຶ້ນເຖິງ 7 ເທົ່າ.

ຈາກທີ່ກຳປູເຈຍເຄີຍເປັນໜື່ງໃນປະເທດ ທີ່ມີຜູ້ຕິດເຊື້ອໂຄວິດ-19 ໜ້ອຍທີ່ສຸດໃນໂລກ ແຕ່ການລະບາດທີ່ພົບໃນທ້າຍເດືອນ ກຸມພາ 2020 ທີ່ຜ່ານມາ ເຮັດໃຫ້ໃນປະເທດມີຜູ້ເສຍຊີວິດຈາກໂຄວິດ-19 ເປັນເທື່ອທຳອິດ ທັງໝົດ 24 ຄົນ ແລະ ຍອດຜູ້ປ່ວຍຕິດເຊື້ອເພີ່ມຂຶ້ນເປັນ 3,604ຄົນ.

ລັດຖະບານກຳປູເຈຍໄດ້ຈຳກັດການເດີນທາງລະຫວ່າງແຂວງ ແລະ ລະຫວ່າງເມືອງ, ຫ້າມຊຸມນຸມກັນຈຳນວນຫຼາຍ ແລະ ກຳນົດມາດຕະການເຄີຟິວ (Curfew) ໃນພະນົມເປັນ 2 ອາທິດ ຕັ້ງແຕ່ ວັນທີ 1 ເມສາ ທີ່ຜ່ານມາ. ນອກຈາກນີ້ ຍັງຜ່ານກົດໝາຍທີ່ກໍານົດໂທດຕິດຄຸກໄລຍະຍາວ ສຳລັບຜູ້ລະເມີດມາດຕະການດ້ານສຸຂະພາບ.

ໂຄວິດ-19 ຍັງຄົງລະບາດນັບມື້ນັບເພີ່ມຂຶ້ນ ສະນັ້ນ, ເຮົາຄວນມີສະຕິ ລະມັດລະວັງໂຕຢູ່ສະເໝີ ໝັ່ນດູແລຮັກສາສຸຂະພາບ, ຮັກສາໄລຍະຫ່າງເຊິ່ງກັນ ແລະກັນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...