spot_img
Homeຂ່າວຕ່າງປະເທດອັງກິດຫ້າມປະຊາຊົນອາຍຸຕ່ຳກວ່າ 30 ປີ ຫຼີກລ້ຽງການສັກວັກຊີນປ້ອງກັນໂຄວິດແອສຕຣ້າເຊນເນກ້າ

ອັງກິດຫ້າມປະຊາຊົນອາຍຸຕ່ຳກວ່າ 30 ປີ ຫຼີກລ້ຽງການສັກວັກຊີນປ້ອງກັນໂຄວິດແອສຕຣ້າເຊນເນກ້າ

Published on

ປະເທດອັງກິດແນະນຳປະຊາຊົນອາຍຸຕ່ຳກວ່າ 30 ປີ  ຫຼີກລ້ຽງການສັກວັກຊີນໂຄວິດ-19 ແອສຕຣ້າເຊນເນກ້າ ເຊິ່ງຍອມວ່າຮັບເຊື່ອມໂຍງພາວະເລືອດອຸດຕັນ.

ໜ່ວຍງານດ້ານຢາຂອງປະເທດອັງກິດ ໄດ້ອອກຄຳເຕືອນກ່ຽວກັບການຊີດວັກຊີນປ້ອງກັນໂຄວິດ-19 ຂອງແອສຕຣ້າເຊນເນກ້າ ໂດຍຍອມຮັບວ່າມີຄວາມເຊື່ອມໂຍງກັບພາວະເລືອດອຸດຕັນ ດ້ວຍເຫດນີ້ ອັງກິດຈື່ງຈຳກັດການນຳໃຊ້ວັກຊີນດັ່ງກ່າວໃຫ້ກັບເດັກນ້ອຍ.

ສຳນັກງານກຳກັບດູແລດ້ານການແພດ ແລະ ສາທາລະນະສຸກ (HMRA) ເປີດເຜີຍວ່າ ອັງກິດໄດ້ແນະນຳໃຫ້ຜູ້ທີ່ອາຍຸຕ່ຳກວ່າ 30 ປິີ ຮັບວັກຊີນຕົວອື່ນແທນໃນກໍລະນີທີ່ມີໃຫ້ໃຊ້.

ສຳລັບຄຳເຕືອນທີ່ອອກມານັ້ນເປັນບັນນຫາຫຼ້າສຸດກ່ຽວກັບວັກຊີນແອສຕຣ້າເຊນເນກ້າທີິ່ພັດທະນາຮ່ວມກັບມາຫາວິທະຍາໄລອັອກຟອດ ແລະ ຍັງຄົງເປັນອຸປະສັກໃນການນຳວັກຊີນອອກໃຊ້ງານທົ່ວໂລກ ເຖິ່ງວ່າຈະມີການຢືນຢັນຈາກໜ່ວຍງານທີ່ກ່ຽວຂ້ອງວ່າ ປະໂຫຍດຂອງຢາວັກຊີນສູງກວ່າຄວາມສ່ຽງກໍ່ຕາມ ຂະນະທີ່ໂອກາດຂອງການເກີດພາວະເລືອດອຸດຕັນນັ້ນໜ້ອຍສຸດ ແລະ ການສັກວັກຊີນດັງກ່າວຍັງຄົງເປັນເຄື່ອງມືທີ່ມີປະສິດທິພາບໃນການຕໍ່ສູ້ກັບ COVID-19

ສ່ວນໃນສະຫະພາບເອີຣົບ (EU) ນັ້ນ ອົງການຢາເອີຣົບ (EMA) ປະກາດການປະເມີນຄວາມປອດໄພຂອງຢາວັກຊິນ COVID-19. ຂອງແອສຕຣ້າເຊນເນກ້າ ໂດຍລະບຸວ່າ ການໃຊ້ວັກຊີນຕ້ານໄວຣັດໂຄວິດ-19 ແລະ ການເກີດພາວະເລືອດອຸດຕັນໃນຜູ້ໃຫຍ່ໄດ້ຮັບວັກຊີນດັງກ່າວມີຄວາມເຊື່ອມໂຍງກັນ.

ເຖິງຢ່າງໃດກໍ່ຕາມ ຖະແຫຼງການດັ່ງກ່າວມີຂື້ນຫຼັງຈາກທີ່ EMA ໄດ້ກວດກາທີ່ມີຢູ່ໃນປັດຈຸບັນຂອງພະຍາດກໍລະນີການເກີດເລືອດທີ່ຜິດປົກກະຕິໃນຮ່າງກາຍຂອງຜູ້ທີ່ໄດ້ຮັບວັກຊີນ­ຂອງແອສຕຣ້າເຊນເນກ້າບາງຄົນ.

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...