spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ຫ້າງຊັບພະສິນຄ້າຂອງມຽນມາ ປະຊາຊົນສົງໃສວ່າທະຫານເປັນຄົນຈູດ!!

ເກີດເຫດໄຟໄໝ້ຫ້າງຊັບພະສິນຄ້າຂອງມຽນມາ ປະຊາຊົນສົງໃສວ່າທະຫານເປັນຄົນຈູດ!!

Published on

ເວັບໄຊ້ຂ່າວຕ່າງປະເທດລາຍງານວ່າ: ເກີດເຫດໄຟໄໝ້ຫ້າງຊັບພະສິນຄ້າ 2 ແຫ່ງໃນນະຄອນຢ້າງກຸ້ງທີ່ກອງທັບມຽນມາເປັນເຈົ້າຂອງ ເຫດການດັ່ງກ່າວໄດ້ຖືກເຜິຍແຜ່ຕາມສື່ອອນລາຍ ຈຶ່ງເຮັດໃຫ້ປະຊາຊົນພາກັນສົງໃສວ່າ ໄຟໄໝ້ຮຸນແຮງຂະໜາດນີ້ບໍ່ແມ່ນເກີດຈາກຜູ້ປະທ້ວງຕາມທີ່ກອງທັບກ່າວຫາຢ່າງແນ່ນອນ.

ສໍາລັບຫ້າງຊັບພະສິນຄ້າທີ່ຖືກໄຟໄໝ້ທັງສອງແຫ່ງໄດ້ແກ່: ຫ້າງ Ruby Mart ທີ່ຕັ້ງຢູ່ໃຈກາງເມືອງ ແລະ ສ່ວນຫ້າງຊັບພະສິນຄ້າອີກແຫ່ງໜຶ່ງແມ່ນຫ້າງ The Gandamar Wholesale ທີ່ຕັ້ງຢູ່ເຂດມາຍັນກອນ ເຊິ່ງຫ້າງຊັບພະສິນຄ້າທັງສອງແຫ່ງນີ້ໄດ້ຮັບຄວາມເສຍຫາຍຢ່າງໜັກ. ຫຼັງຈາກທີ່ຂ່າວເຫດການໄຟໄໝ້ຖືກເຜີຍແຜ່ອອກໄປເຮັດໃຫ້ຊາວມຽນມາຕ່າງສະຫຼອງດີໃຈເພາະຫ້າງຊັບພະສິນຄ້າທັງສອງແຫ່ງເປັນທຸລະກິດຂອງທະຫານ. ແຕ່ຫຼາຍຄົນກໍຍັງຕັ້ງຂໍ້ສົງໃສເຖິງຊ່ວງເວລາເກີດເຫດ ເພາະເຫດການດັ່ງກ່າວເກີດຂື້ນໃນຊ່ວງເວລາ 2 ໂມງຕອນເຊົ້າ ແລະ ຍັງຢູ່ໃນຊ່ວງທີ່ປະຊາຊົນທົ່ວໄປບໍ່ໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນ.

ໃນຕອນນີ້ທາງຫ້າງຊັບພະສິນຄ້າຍັງບໍ່ສາມາດລະບຸໄດ້ເຖິງສາເຫດຂອງການເກີດໄຟໄໝ້ໄດ້ ແຕ່ບໍ່ວ່າຈະເກີດຫຍັງຂື້ນກໍຕາມຄົນທີ່ຈ່າຍຄ່າເສຍຫາຍບໍ່ແມ່ນທະຫານ ແຕ່ເປັນບໍລິສັດປະກັນໄພ. ປະຊາຊົນຈໍານວນຫຼາຍຕ່າງສົງໃສວ່າທະຫານເປັນຜູ້ຈູດຫ້າງຊັບພະສິນຄ້າເອງ ເພື່ອໃຊ້ເປັນຂໍ້ອ້າງທີ່ບອກວ່າຜູ້ປະທ້ວງເປັນຄົນທີ່ເຜົາບ້ານເຜົາເມືອງ ແລະ ຢູ່ພາຍໃຕ້ການຊັກຈູງຂອງຊາດຕາເວັນຕົກທີ່ເຂົ້າມາແຊກແຊງມຽນມາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...