spot_img
Homeຂ່າວຕ່າງປະເທດເວເນຊູເອລາອອກທະນະບັດໃບ 1 ລ້ານໂບລີວາ

ເວເນຊູເອລາອອກທະນະບັດໃບ 1 ລ້ານໂບລີວາ

Published on

ທະນາຄານກາງເວເນຊູເອລາ ເປີດເຜີຍໃນວັນທີ 5 ມີນາ 2021 ທະນາຄານຈະອອກທະນະບັດມູນຄ່າໃບລະ 1 ລ້ານໂບລີວາ ໃນອາທິດໜ້າ ຫຼັງຈາກທີ່ພາວະເງິນເຟີ້ຂັ້ນຮຸນແຮງທີ່ເກີດຂຶ້ນມາຫຼາຍປີຍັງສົ່ງຜົນກະທົບຕໍ່ຄ່າເງິນໂບລີວາຂອງເວເນຊູເອລາ.

ທັງນີ້, ທະນະບັດໃໝ່ໃບລະລ້ານໂບລີວາດັ່ງກ່າວມີຄ່າພຽງ 4800ກີບ ເທົ່ານັ້ນ ຂະນະທີ່ທະນາຄານກາງເວເນຊູເອລາລະບຸວ່າ ອັດຕາເງິນເຟີ້ລະຫວ່າງປີຢູ່ທີ່ລະດັບ 2,665% ໃນເດືອນມັງກອນ 2021 ທີ່ຜ່ານມາ.

ເສດຖະກິດຂອງເວເນຊູເອລາເຊິ່ງເປັນປະເທດສະມາຊິກໂອເປກທີ່ເຄີຍຮຸ່ງເຮືອງນັ້ນປະເຊີນກັບບັນຫາຢ່າງໜັງໃນຊ່ວງ 7 ປີທີ່ຜ່ານມາ ໂດຍໄດ້ຮັບຜົນກະທົບຈາກລາຄານໍ້າມັນທີ່ຫຼຸດລົງ ແລະ ເຄີຍມີບັນຫາການຂາດດຸນງົບປະມານ ເຊິ່ງໄດ້ກະຕຸ້ນທະນາຄານກາງໃຫ້ພິມເງິນໂບລິວາຫຼາຍຂຶ້ນ.

ນອກຈາກທະນາບັດໃບລະ 1 ລ້ານໂບລີວາ ທະນາຄານກາງເວເນຊູເອລາຈະອອກທະນາບັດໃບລະ 1 ລ້ານໂບລີວາ, ທະນາຄານກາງຍັງຈະອອກທະນາບັດໃບລະ 2 ແສນ ແລະ 5 ແສນໂບລີວາ ເພື່ອໃຫ້ໝູນວຽນໃນລະບົບຄວບຄູ່ໄປກັບທະນະບັດທີ່ມີຢູ່ແລ້ວໃບລະ 1 ໝື່ນ, 2 ໝື່ນ ແລະ 5 ໝື່ນໂບລີວາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...