spot_img
Homeຂ່າວຕ່າງປະເທດຄົນໃນເຮືອຫຼາຍເກີນໄປ! ກຸ່ມຄ້າມະນຸດໂຍນຜູ້ອົບພະຍົບລົງທະເລ 80 ຄົນ

ຄົນໃນເຮືອຫຼາຍເກີນໄປ! ກຸ່ມຄ້າມະນຸດໂຍນຜູ້ອົບພະຍົບລົງທະເລ 80 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດເຄນຢາ ເມື່ອວັນທີ 4 ມີນາ 2021 ວ່າ ຄຳຖະແຫຼງການຂອງອົງການລະຫວ່າງປະເທດເພື່ອການໂຍກຍ້າຍຖິ່ນຖານ ຫຼື IOM ລະບຸວ່າ ເຮືອບັນທຸກຜູ້ອົບພະຍບປະມານ 200 ຄົນ ອອກເດີນທາງຈາກທ່າເຮືອເມືອງໂອບ໊ອດ ຊາຍຝັ່ງທະເລຈີບູຕີ ເມື່ອເວລາປະມານ 2:00 ໂມງ ຂອງວັນພຸດທີ່ຜ່ານມາ ເພື່ອຂ້າມອ່າວເອເດນໄປທີ່ເຢເມນ ແຕ່ເມື່ອເຮືອອອກເດີນທາງໄປໄດ້ 30 ນາທີ ກຸ່ມພວກລັກລອບນຳຜູ້ອົບພະຍົບຂ້າມແດນກ່າວວ່າ ມີຄົນຢູ່ເທິງເຮືອຫຼາຍເກີນໄປ ກ່ອນຈະຊ່ວຍກັນຈັບຜູ້ອົບພະຍົບໂຍນລົງທະເລກວ່າ 80 ຄົນ.

ຄຳຖະແຫຼງການກ່າວວ່າ ໜ່ວຍກູ້ໄພສາມາດຊ່ວຍເຫຼືອຜູ້ອົບພະຍົບທີ່ຖືກໂຍນລົງທະເລໃນອ່າວເອເດນໄດ້ກວ່າ 50 ຄົນ ນຳກັບເຂົ້າຝັ່ງຈີບູຕີ ສ່ວນທີ່ເຫຼືອກວ່າ 20 ຄົນສູນຫາຍ ແລະ ພົບເປັນສົບແລ້ວ 5ຄົນ ກຳລັງອອກຕິດຕາມສ່ວນທີ່ເຫຼືອ.

ເຈົ້າໜ້າທີ່ IOM ເປີດເຜີຍວ່າ ຈີບູຕີເປັນທາງຜ່ານສຳຄັນ ສຳລັບຜູ້ອົບພະຍົບຈາກແອຟຣິກາ ທີ່ລັກລອບເດີນທາງເຂົ້າສູ່ກຸ່ມປະເທດຮັ່ງມີໃນຕະເວັນອອກກາງ ໂດຍຜ່ານປະເທດເຢເມນ ຂໍ້ມູນຈາກການບັນທຶກຂອງ IOM ມີຜູ້ອົບພະຍົບຜ່ານເສັ້ນທາງນີ້ 138,000ຄົນ ໃນປີ 2019 ແຕ່ຈຳນວນຫຼຸດລົງເຫຼືອ 37,500ຄົນ ໃນປີ 2020 ເນື່ອງຈາກການລະບາດຂອງໂຄວິດ-19.

ໃນເບື້ອງຕົ້ນຍັງບໍ່ຊັດເຈນວ່າ ຜູ້ອົບພະຍົບຫຼ້າສຸດມາຈາກປະເທດໃດແນ່ ແຕ່ຈາກການເປີດເຜີຍຂອງຜູ້ລອດຊີວິດທີ່ໄດ້ຮັບການຊ່ວຍເຫຼືອລະບຸວ່າ ສ່ວນໃຫຍ່ເປັນຊວເອທິໂອເປຍ ແລະ ໂຊມາເລຍ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...