spot_img
Homeຂ່າວທ້ອງຖິ່ນການປຸ້ນເອົາຄໍາສອງຜົວເມຍຢູ່ທ່າແຂກຄາດວ່າມີຜູ້ຮ່ວມຂະບວນການ 3 ຄົນ

ການປຸ້ນເອົາຄໍາສອງຜົວເມຍຢູ່ທ່າແຂກຄາດວ່າມີຜູ້ຮ່ວມຂະບວນການ 3 ຄົນ

Published on

ໜັງສືພິມວຽງຈັນທາມ ລາຍງານ ໂດຍອ້າງອີງແຫຼ່ງຂ່າວຈາກ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຄຳມ່ວນ ແຈ້ງໃຫ້ຮູ້ວ່າ: ຈາກກໍລະນີທີ່ມີຄົນຮ້າຍໃຊ້ປືນສັ້ນຍິງສອງຜົວເມຍເຈົ້າຂອງຮ້ານຂາຍຄໍາເສຍຊີວິດເພື່ອປຸ້ນເອົາຄໍາຊຶ່ງເຫດເກີດເມື່ອວັນ 20 ກຸມພາ 2021 ຜ່ານມາທີ່ຕະຫຼາດຫຼັກ 2 ເມືອງທ່າແຂກ ແຂວງຄໍາມ່ວນນັ້ນ, ຮອດປັດຈຸບັນນີ້ຍັງບໍ່ສາມາດຈັບຕົວຄົນຮ້າຍໄດ້ເທື່ອພົບເຫັນພຽງແຕ່ລົດຈັກ, ປືນສັ້ນທີ່ໃຊ້ໃນການກໍ່ເຫດ, ກະເປົາໃສ່ຄໍາ ແລະ ເຄື່ອງນຸ່ງຜູ້ກໍ່ເຫດທີ່ຖີ້ມໄວ້ຢູ່ໃນປ່າເຂດເມືອງທ່າແຂກ ແລະ ຄາດວ່າມີ 3 ຄົນທີ່ຮ່ວມຂະບວນ ການ ໃນການກໍ່ເຫດຄັ້ງນີ້.

ທ່ານ ພົນໂທ ສຸວອນພົນ ສີສົມບູນ ຫົວໜ້າຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຄຳມ່ວນໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບການປຸ້ນເອົາຄໍາດັ່ງກ່າວເມື່ອວັນທີ 22 ກຸມພາ 2021 ທີ່ຜ່ານມາວ່າ: ສອງຜົວເມຍທີ່ເສຍຊີວິດເປັນເຈົ້າຂອງຮ້ານຂາຍຄໍາຢູ່ຕະຫຼາດຫຼັກ 2 ຖືກຍິງໃນເວລາປະມານ17 ໂມງຂອງວັນເສົາໃນຂະນະທີ່ຖືກະເປົາໃສ່ຄໍາຈະກັບເມືອເຮືອນຍ້ອນປິດຮ້ານ ແລະ ມີຜູ້ຖືກລູກຫຼົງໄດ້ຮັບບາດເຈັບ 1 ຄົນຖືກຍິງທີ່ຂາ ຊຶ່ງຄາດວ່າມີຜູ້ຮ່ວມຂະບວນການໃນການກໍ່ເຫດໃນຄັ້ງນີ້ປະມານ 3 ຄົນ. ມື້ຕໍ່ມາ, ຕຳຫຼວດໄດ້ພົບເຫັນລົດຈັກ, ປືນສັ້ນທີ່ໃຊ້ໃນການກໍ່ເຫດ, ກະເປົາໃສ່ຄໍາ ແລະ ເຄື່ອງນຸ່ງຜູ້ກໍ່ເຫດທີ່ຖິ້ມໄວ້ຢູ່ໃນປ່າ ແຕ່ຍັງບໍ່ສາມາດຈັບຕົວຜູ້ກໍ່ເຫດໄດ້ເທື່ອ ແລະ ຍັງບໍ່ຮູ້ຈໍານວນຄໍາທີ່ຖືກປຸ້ນໄປ ຊຶ່ງເຈົ້າໜ້າທີ່ກໍາລັງແກະຮອຍຄົນຮ້າຍ ຫຼື ຜູ້ຕ້ອງສົງໃສມາດໍາເນີນຄະດີຕາມກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...