ເກີດເຫດໂຈມຕີດ້ວຍລະເບີດລົດ 2 ຄັນ ໃນແບັກແດັດ ເສຍຊີວິດຢ່າງໜ້ອຍ 12 ຄົນ

557000012537401

 

ເກີດເຫດໂຈມຕີດ້ວຍລະເບີດລົດ 2 ຄັນ ໃນເຂດພື້ນທີ່ຂອງຊາວຊີອະ ທີ່ຢູ່ທາງຕາເວັນອອກສຽງເໜືອຂອງນະຄອນຫລວງ

ແບັກແດັດ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລະເບີດຂຶ້ນທີ່ລານຈອດລົດ ໃນເຂດຕັນບິຢະ ໃນວັນອັງຄານ 21 ຕຸລາຜ່ານ

ມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ແລະ ໄດ້ຮັບບາດເຈັບອີກຢ່າງໜ້ອຍ 40 ຄົນ ເຊິ່ງນັບເປັນຄັ້ງລ່າສຸດຂອງການ

ກໍ່ເຫດໃຊ້ລະເບີດໂຈມຕີຫລາຍຄັ້ງໃນຊ່ວງທີ່ຜ່ານມາ ໂດຍມຸ່ງເປົ້າໃສ່ຊາວມຸດສະລິມນິກາຍຊີອະ ເຊິ່ງເປັນຄົນສ່ວນໃຫຍ່ໃນ

ນະຄອນຫລວງແບັກແດັດ ຈົນເຮັດໃຫ້ຍອດຜູ້ເສຍຊີວິດ ທີ່ເກີດຈາກການໂຈມຕີດ້ວຍລະເບີດພາຍໃນຮອບ 3 ວັນ ແມ່ນ

ມີສູງເຖິງ 40 ຄົນແລ້ວ.

 

ດ້ານຜູ້ຢູ່ເບື້ອງຫລັງຂອງການກໍ່ເຫດດັ່ງກ່າວ ຍັງບໍ່ທັນອອກມາຖະແຫລງເຖິງຄວາມຮັບຜິດຊອບເທື່ອ ແຕ່ໃນຊ່ວງຜ່ານ

ມາ ກຸ່ມ IS ໄດ້ເຄີຍລະບຸວ່າ ພວກເຂົາເປັນຜູ້ກໍ່ເຫດໂຈມຕີລັກສະນະແບບນີ້ ຕໍ່ຊາວຊີອະ ໃນນະຄອນຫລວງແບັກແດັດ

ເມື່ອວັນອາທິດ ແລະ ວັນຈັນກ່ອນໜ້າ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 33​ ລາຍ ໃນສອງມື້ນັ້ນ.

 

ເນື່ອງຈາກກຸ່ມ IS ແລະ ກຸ່ມມຸດສະລິມນິກາຍສຸໜີ່ຫົວຮຸນແຮງ ມັກຈະເບິ່ງຊາວມຸດສະລິມນິກາຍຊີອະ ວ່າເປັນພວກ

ນອກຮີດ ໂດຍຈະກໍ່ເຫດໂຈມຕີຊາວຊີອະດ້ວຍລະເບີດຢູ່ຫລາຍຄັ້ງ ແລະ ຜູ້ເຄາະຮ້າຍສ່ວນໃຫຍ່ກໍເປັນພົນລະເຮືອນຜູ້

ບໍລິສຸດທັງສິ້ນ.