spot_img
Homeຂ່າວຕ່າງປະເທດຮືຮາ! ນໍ້າໝາກພ້າວເຮັດໃຫ້ຜູ້ຊາຍຕື່ນຕົວຄຶກຄັກໝົດຄືນ ເມຍແຮ່ຊື້ໄປຝາກຜົວ

ຮືຮາ! ນໍ້າໝາກພ້າວເຮັດໃຫ້ຜູ້ຊາຍຕື່ນຕົວຄຶກຄັກໝົດຄືນ ເມຍແຮ່ຊື້ໄປຝາກຜົວ

Published on

ນໍ້າໝາກພ້າວຂາຍດີ ເມຍຊື້ຝາກຜົວຫຼັງເປັນຂ່າວກິນແລ້ວຄຶກຄັກຜົວສະກິດໝົດຄືນ ເຊິ່ງແມ່ຄ້າບອກວ່າ ນອກຈາກສັບພະຄຸນຫຼັກແລ້ວ ຍັງມີຊ່ວຍໃຫ້ສາວໆກິນແລ້ວນົມໃຫຍ່ຜົວຮັກຜົວຫຼົງ.

ສືບເນື່ອງມາຈາກທີ່ມີຂ່າວຍິງຄົນໜຶ່ງແຈ້ງຄວາມຂໍເລີກກັບຜົວອາຍຸ 64ປີ ທີ່ມີຄວາມຕ້ອງການທາງເພດສູງ, ຂໍມີຫຍັງນຳມື້ລະ 5 – 6 ຄັ້ງ ຫຼື ຢ່າງໜ້ອຍ 4 ຄັ້ງຕໍ່ມື້, ມີປະຈຳເດືອນກໍ່ເວັ້ນ ໂດຍເຄັດລັບຂອງຜົວຄືກິນນໍ້າໝາກພ້າວເປັນປະຈຳ.

ຕໍ່ມາໃນວັນທີ 10 ກຸມພາ ຈາກກະແສຮືຮາດັ່ງກ່າວ ນັກຂ່າວໄດ້ໄປຮ້ານຂາຍນໍ້າໝາກພ້າວ ກໍ່ພົບວ່າທີ່ຮ້ານຂາຍນໍ້າໝາກພ້າວດີແບບເທນໍ້າເທທ່າຫຼັງມີຂ່າວອອກໄປ ມີລູກຄ້າທັງຍິງ ແລະ ຊາຍ, ທັງລູກຄ້າປະຈຳ ແລະ ລູກຄ້າໃໝ່ ໄດ້ມາຊື້ຕະຫຼອດ ລູກຄ້າສ່ວນໜຶ່ງເພື່ອຕ້ອງການພິສູດວ່າແທ້ ຫຼື ບໍ່ ໂດຍສະເພາະແມ່ນຜູ້ເປັນເມຍແຫ່ມາຊື້ນໍ້າໝາກພ້າວເພື່ອນຳໄປໃຫ້ຜົວກິນ ຜູ້ຊາຍບາງຄົນເວົ້າວ່າເມື່ອເມຍກິນແລ້ວນົມໃຫຍ່ຂຶ້ນ.

ເຈົ້າຂອງຮ້ານຂາຍນໍ້າໝາກພ້າວກ່າວວ່າ ຫຼັງຈາກມີຂ່າວອອກມາ ເຮັດໃຫ້ຮ້ານຂາຍດີຂຶ້ນໂດຍສະເພາະມີລູກຄ້າລາຍໃໝ່ເພີ່ມຂຶ້ນຫຼາຍ ເພາະຢາກລອງພິສູດ ນອກຈາກລູກຄ້າຊາຍແລ້ວ ຍັງມີເມຍມາຊື້ໄປຝາກຜົວ ເພື່ອຈະພິສູດເຊັ່ນດຽວກັນ ແລະ ຍັງມີລູກຄ້າປະຈຳທີ່ເປັນຜູ້ຊາຍເລົ່າວ່າ ຕັ້ງແຕ່ເມຍກິນນໍ້າໝາກພ້າວນົມເມຍໃຫຍ່ຂຶ້ນ ແລະ ຍັງບອກອີກວ່າ ນໍ້າໝາກພ້າວມີຜົນປະໂຫຍດຕໍ່ຜູ້ຍິງ ສ່ວນຕ່ອນໝາກພ້າວແມ່ນມີຜົນດີຕໍ່ຜູ້ຊາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...