spot_img
Homeຂ່າວທ້ອງຖິ່ນເມືອງຕົ້ນເຜິ້ງໄດ້ຍົກເລີກງານບຸນດອກງິ້ວ 2021 ເພື່ອເປັນການປ້ອງກັນການແຜ່ລະບາດໂຄວິດ-19

ເມືອງຕົ້ນເຜິ້ງໄດ້ຍົກເລີກງານບຸນດອກງິ້ວ 2021 ເພື່ອເປັນການປ້ອງກັນການແຜ່ລະບາດໂຄວິດ-19

Published on

ອໍານາດການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ແຈ້ງການເມື່ອບໍ່ດົນມານີ້ກຽ່ວກັບການຍົກເລີກການຈັດງານບຸນດອກງ້ຽວ ປະຈໍາປີ 2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.

ໜັງສືພິມວຽງຈັນທາມ ລາຍງານວ່າ ທ່ານ ນາງຈັນທີ ວົງປະເສີດ ຮອງຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ແຈ້ງໃຫ້ຮູ້ວ່າ: ງານບຸນດັ່ງກ່າວໄດ້ຖືກຍົກເລີກເປັນປີທີ 2 ແລ້ວ ນັບແຕ່ປີ 2020 ເປັນຕົ້ນມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງມີການແຜ່ລະບາດເປັນວົງກວ້າງໃນໂລກ ໂດຍສະເພາະຍັງມີການລະບາດຮອບໃໝ່ຂອງພະຍາດນີ້ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບແຂວງບໍ່ແກ້ວ.

ສໍາລັບກິດຈະກຳງານບຸນດອກງິ້ວທີ່ໄດ້ຈັດໃນໄລຍະທີ່ຜ່ານມາແມ່ນເນັ້ນໃສ່ໃຫ້ນັກທ່ອງທ່ຽວມາທ່ຽວຊົມເບິ່ງຄວາມສວຍງາມຂອງດອກງິ້ວ, ພ້ອມກັນນັ້ນຍັງມີງານຕະຫຼາດນັດ, ການປະກວດຄວາມງາມ, ການແຂ່ງຂັນກິລາ ແລະ ການສະແດງວັດທະນະທຳ ແລະ ອື່ນໆ ອີກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...