ປະເທດເຮົາຍັງບໍ່ທັນມີພະຍາດອາຊີບ ແຕ່ຄວນຮູ້ປ້ອງກັນໄວ້ ກ່ອນເຂົ້າ AEC

3-6
ທ່ານ ອຸ່ນຄຳ ບຸນຍະແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ

 

ປັດຈຸບັນພັກ-ລັດຖະບານເຮົາ ໄດ້ວາງນະໂຍບາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ພັດທະນາປະ

ເທດຊາດ ໂດຍການນຳໃຊ້ຫຼາຍພາກສ່ວນປະກອບການ, ທັງເປີດກວ້າງການລົງທຶນທາງພາຍໃນ ແລະ ຕ່າງປະເທດ,​

ນຳໃຊ້ກົນໄກເສດຖະກິດຕະຫຼາດທີ່ມີການແກ້ງແຍ້ງ, ແຂ່ງຂັນກັນດຳເນີນທຸລະກິດ. ສະນັ້ນ ຈຶ່ງເກີດໃຫ້ມີບັນດາໂຮງ

ຈັກໂຮງງານເກີດຂຶ້ນຢ່າງຫຼວງຫຼາຍ ແລະ ໄວວາ, ເບື້ອງຜູ້ອອກແຮງງານກໍນັບມື້ນັບຫຼາຍຂຶ້ນຄືກັນ ແລະ ຍັງອີກບໍ່

ດົນ ປະເທດເຮົາກໍຈະກ້າວເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຫຼື ເອອີຊີ (AEC)ໃນປີ 2015 ຊຶ່ງຮຽກຮ້ອງໃຫ້ທຸກ

ຂະແໜງຕ້ອງມີການກຽມຄວາມພ້ອມເພື່ອເຊື່ອມໂຍງເຂົ້າໃນເສດຖະກິດການຄ້າ ແລະ ການລົງທຶນຂອງ 10 ປະ

ເທດເຂົ້າເປັນໜຶ່ງດຽວກັນ ແລະ ຜູ້ອອກແຮງງານລາວຍິ່ງ ຈະຕ້ອງມີການພັດທະນາຕົນເອງໃຫ້ສູງຂຶ້ນ ທາງດ້ານ

ຄວາມຮູ້, ຄວາມສາມາດ, ດ້ານສີມືແຮງງານລວມທັງດ້ານຈິດໃຈ ແລະ ທາງດ້ານສຸຂະພາບອີກດ້ວຍ.

 

ທ່ານ ອຸ່ນຄຳ ບຸນຍະແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວໄດ້ໃຫ້ຄຳສຳພາດວ່າ:

ອົງການຈັດຕັ້ງກຳມະບານລາວ ຊຶ່ງເປັນຕົວແທນໃຫ້ຜູ້ອອກແຮງ ງານລາວ ໄດ້ປະຕິບັດຕາມແນວທາງຂອງພັກ,

ສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ອອກແຮງງານຮັບຮູ້ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ປະ

ຕິບັດກົດໝາຍຂອງລັດ, ສຶກສາໃຫ້ຜູ້ອອກ ແຮງງານມີລະບຽບວິໄນໃນການອອກແຮງງານ, ໄດ້ມີຫຼາຍໂຄງການ

ທາງພາຍໃນ ແລະ ຕ່າງປະເທດໃຫ້ ການສະໜັບສະໜູນທາງດ້ານ ບົດຮຽນ ແລະ ທຶນຮອນ ໂດຍສະເພາະແມ່ນ

ໂຄງການຄວາມ ປອດໄພ ແລະ ສຸຂະອະນາໄມ ໃນສະຖານທີ່ເຮັດວຽກ ເພື່ອປັບປຸງສະຖານທີ່ເຮັດວຽກໃນການ

ອອກແຮງງານໃຫ້ມີຄວາມປອດໄພ ແລະ ມີສຸຂະອະນາໄມບໍ່ໃຫ້ເກີດອຸບັດເຫດແຮງງານ ແລະ ເປັນພະ ຍາດອາ

ຊີບເລີ່ມ ແຕ່ປີ 1998 ເປັນຕົ້ນມາໂດຍ ແມ່ນກົມປົກປ້ອງແຮງງານ ເປັນຜູ້ປະຕິບັດ. ຜ່ານຕົວເລກອຸບັດເຫດ

ແຮງງານຂອງອົງ ການປະກັນສັງຄົມພາກວິສາຫະກິດ ແຕ່ປີ 2001- 2012 ລວມທັງໝົດແມ່ນ 1.552 ກໍລະ ນີທີ່

ໄດ້ເຂົ້າມາຮັບການປິ່ນປົວ ແລະ ອຸດໜູນ, ແຕ່ຕົວເລກກ່ຽວກັບພະຍາດອາຊີບແມ່ນບໍ່ມີ ຫຼື ວ່າປະເທດເຮົາບໍ່

ມີພະຍາດອາຊີບເກີດຂຶ້ນ?

 

ເມື່ອຖາມເຖິງພະຍາດອາຊີບແມ່ນພະຍາດຫຍັງ? ທ່ານອຸ່ນຄຳ ບຸນຍະແສງ ຕອບວ່າ: ພະຍາດອາຊີບແມ່ນພະຍາດ

ທີ່ເກີດຈາກການປະກອບອາຊີບ, ການອອກແຮງງານຢູ່ໃນ ເງື່ອນໄຂທີ່ບໍ່ເອື້ອອຳນວຍສົ່ງ ຜົນສະທ້ອນຕໍ່ສຸຂະພາບ

ຂອງຜູ້ອອກແຮງງານ, ມີພະຍາດ ອາຊີບຊ້ຳເຮື້ອ ແລະ ກະທັນຫັນ, ຜູ້ອອກແຮງງານບໍ່ຄ່ອຍສົນໃຈ ແລະ ບໍ່ຮູ້ປ້ອງ

ກັນຕົນເອງ.

 

ພະຍາດອາຊີບຊ້ຳເຮື້ອມີສາເຫດມາຈາກເງື່ອນໄຂການອອກແຮງງານທີ່ບໍ່ເອື້ອອຳນວຍແລ້ວສົ່ງຜົນສະທ້ອນເປັນ

ປະຈຳຕໍ່ສຸຂະພາບ ຂອງຜູ້ອອກແຮງງານຈຶ່ງກາຍເປັນພະຍາດຕົວຢ່າງ:ຜູ້ອອກແຮງງານເຮັດວຽກຢູ່ໃນໂຮງງານ

ຕ່ຳແພ, ຫຍິບແພ, ຫຍິບຜ້າເປັນປະຈຳ,ກຳ ມະກອນກໍ່ສ້າງ, ກຳມະກອນ  ແບກຫາບຊີມັງ, ເຮັດວຽກກັບ ເຄມີ…

ຊຶ່ງບໍ່ໄດ້ໃສ່ເຄື່ອງປ້ອງ ກັນສ່ວນບຸກຄົນຄືແພອັດປາກ, ອັດດັງ, ໃສ່ຖົງມື, ຖົງຕີນ… ແລ້ວ ວັນໜຶ່ງຂ້າງໜ້າກໍຈະ

ເກີດເປັນພະຍາດອາຊີບແນ່ນອນ, ນັ້ນແມ່ນພະຍາດຝຸ່ນປອດ, ພະຍາດ ຝຸ່ນຊີມັງ, ພະຍາດຜິວໜັງມາຈາກເຄມີ.

 

ພະຍາດອາຊີບກະທັນຫັນ ມີສາເຫດມາຈາກການໃກ້ຊິດ ຫຼື ສຳຜັດກັບທາດເບື່ອ, ສານເຄມີ ຫຼື ບັນດາປັດໄຈສ່ຽງ

ທີ່ຮຸນແຮງ ແລະ ມີຄວາມເຂັ້ມຂຸ້ນສູງໃນເວລາອັນສັ້ນເປັນຕົ້ນແມ່ນຜູ້ທີ່ເຮັດວຽກກັບສານເຄມີ, ລັງສີ…ຢູ່ໃສມີ

ການອອກແຮງງານແມ່ນຢູ່ຫັ້ນ ຈະເກີດ ເປັນພະຍາດອາຊີບພຽງແຕ່ວ່າຈະຫຼາຍ ຫຼື ໜ້ອຍຂຶ້ນກັບການປ້ອງກັນ

ວ່າເຮັດໄດ້ດີ ຫຼື ບໍ່, ໃນໄລຍະຜ່ານມາ ສູນກາງກຳມະບານລາວ ກໍໄດ້ມີການລົງໄປໂຄສະນາ ແລະ ໃຫ້ຄວາມຮູ້ກ່ຽວກັບ

ພະຍາດອາຊີບທີ່ເກີດຂຶ້ນມາຈາກທາດໄຍຫີນຂາວ (Asbestos) ທີ່ເປັນອັນຕະລາຍກໍ່ເກີດມະເຮັງ ແລະ ຂ້າຜູ້ອອກ

ແຮງງານແລ້ວເປັນຈຳນວນຫຼາຍ,​ ແຕ່ພວກເຂົາເຫຼົ່ານັ້ນກໍບໍ່ທັນຮູ້ ແລະ ບໍ່ທັນໄດ້ຮັບການກວດ ກາ, ປິ່ນປົວ ແລະ

ອຸດໜູນ…
ທ່ານຍັງໃຫ້ຮູ້ຕື່ມອີກວ່າ:ພະຍາດອາຊີບແມ່ນພະຍາດທີ່ເກີດໂດຍບໍ່ເຫັນກັບຕາ ແລະ ມີລັກສະນະແກ່ຍາວ, ຍາມ

ໃດປະກົດມີອາການ ຖືວ່າເປັນແຮງແລ້ວ. ໃນປະຈຸບັນຜູ້ອອກແຮງງານລາວຍັງມີຄວາມສ່ຽງຫຼາຍ ໃນການເປັນພະ

ຍາດອາຊີບ ແລະ ຜູ້ທີ່ເປັນແລ້ວກໍບໍ່ຮູ້ວ່າ ຕົນເອງເປັນພະຍາດອາຊີບ,ແຕ່ຖ້າຮູ້ແລ້ວຈະໄປກວດຢູ່ໃສ ແລະ ໃຜ

ເປັນຜູ້ກວດ, ບົ່ງມະຕິພະຍາດວ່າເປັນພະຍາດອາຊີບ? ໃຜຈະເປັນ ຜູ້ຈ່າຍຄ່າປິ່ນ ປົວ…ຜ່ານມາ ສູນກາງສະຫະພັນ

ກຳມະບານລາວກໍໄດ້ພະ ຍາຍາມໃຫ້ຄວາມຮູ້ພື້ນຖານ ກ່ຽວກັບພະຍາດອາຊີບໃຫ້ແກ່ ຜູ້ອອກແຮງງານ, ແຕ່ກໍບໍ່

ໄດ້ຫຼາຍ ແລະ ກວ້າງຂວາງເທົ່າທີ່ຄວນ. ສະນັ້ນ ຈຶ່ງຢາກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າມາ ມີສ່ວນຮ່ວມ ເພື່ອໃຫ້

ຜູ້ອອກແຮງງານລາວມີສຸຂະພາບແຂງແຮງ, ກຽມພ້ອມເຂົ້າສູ່ເອ ອີຊີ (AEC) ຕາມມາດຕະຖານສາກົນ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ