spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ເມືອງຕົ້ນເຜິ້ງຢຶດຢາບ້າ 5 ລ້ານເມັດ-ຢາໄອຊ໌ 400 ກິໂລກຣັມ

ເຈົ້າໜ້າທີ່ເມືອງຕົ້ນເຜິ້ງຢຶດຢາບ້າ 5 ລ້ານເມັດ-ຢາໄອຊ໌ 400 ກິໂລກຣັມ

Published on

ເຈົ້າໜ້າທີ່ຕຳຫຼວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດຈາກເມືອງຕົ້ນເຜິ້ງໄປທີ່ເມືອງຫ້ວຍຊາຍ ຈຶ່ງໄດ້ປະສານງານກັບຕຳຫຼວດເມືອງຫ້ວຍຊາຍລົງພື້ນທີ່ກວດສອບເມື່ອຕອນແລງວັນທີ 15 ມັງກອນ ທີ່ຜ່ານມາ ພົບລົດຜູ້ຕ້ອງສົງໃສ 3 ຄັນ ກຳລັງແລ່ນຢູ່ເສັ້ນທາງລະຫວ່າງບ້ານໃຫຍ່ຕົ້ນເຜິ້ງໄປທີ່ບ້ານສີເມືອງງາມ ຈຶ່ງເຂົ້າສະກັດກັ້ນຈັບກຸມຕົວຜູ້ຕ້ອງຫາ 4 ຄົນ ເປັນຄົນເຜົ່າມົ້ງ ແຂວງບໍ່ແກ້ວ.

ຕຳຫຼວດພົບຂອງກາງເປັນຢາບ້ານ 2,737 ມັດ ຈຳນວນລວມ  5,474,000 ເມັດ, ລົດໃຫຍ່ 2 ຄັນ ສ່ວນອີກຄັນຫຼົບໜີໄປໄດ້ ນອກຈາກນັ້ນຍັງພົບອາວຸດປືນຍາວ 9 ມມ, ລູກປືນ 15 ລູກ, ໂທລະສັບມືຖື 8 ໜ່ວຍ, ສາຍຄໍຄຳ ແລະ ເງິນສົດ ຈຳນວນໜຶ່ງ. ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກກ່າວຫາເພື່ອສືບສວນແລະ ຂະຫຍາຍຜົນຕໍ່ໄປ.

ກ່ອນນັ້ນ, ພຽງແຕ່ 1 ມື້ (14 ມັງກອນ) ຢູ່ໃນເສັ້ນທາງດຽວກັນ ເຈົ້າໜ້າທີ່ຕຳຫຼວດເມືອງຕົ້ນເຜິ້ງກັບກຸ່ມຕຳຫຼວດສີບຸນເຮືອງ ໄດ້ສະກັດຈັບຜູ້ຕ້ອງຫາຊາຍ ອາຍຸ 39 ປີ ເປັນຊາວບ້ານນໍ້າສະໝອກ ເມືອງຫ້ວຍຊາຍ ແຂວງບໍ່ກ້ວ ພ້ອມລົດກະບະໂຕໂຢຕ້າ ວີໂກ້ ສີປອນທອງ ປ້າຍທະບຽນບໍ່ແກ້ວ ພາຍໃນພົບຢາໄອຊ໌ 400 ຫໍ່, ນໍ້າໜັກລວມ 400 ກິໂລກຣັມ ພ້ອມໂທລະສັບມືຖື 2 ໜ່ວຍ, ສາຍຄໍຄຳ 1 ເສັ້ນ.

ການຈັບກຸມຢາເສບຕິດລາຍໃຫຍ່ 2 ກຸ່ມ ເກີດຂຶ້ນລະຫວ່າງທີ່ຄະນະສະເພາະກິດໂຄວິດ-19 ແຂວງບໍ່ແກ້ວມີຄຳສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດຕິດໂຄວິດ-19 ໂດຍໃນຄຳສັ່ງໃຫ້ປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດຫ້າມເຂົ້າ-ອອກລະຫວ່າງ ວັນທີ 12-25 ມັງກອນ 2021 ເພື່ອປ້ອງກັນການລະບາດຂອງໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...