spot_img
Homeຂ່າວພາຍ​ໃນງານບຸນຊ້າງ 2021ອາດຈະໄດ້ຈັດງານໃຫ້ພໍເປັນພິທີຕາມຮີດຄອງປະເພນີ

ງານບຸນຊ້າງ 2021ອາດຈະໄດ້ຈັດງານໃຫ້ພໍເປັນພິທີຕາມຮີດຄອງປະເພນີ

Published on

ງານບຸນຊ້າງ 2021 ນີ້ ອາດຈະໄດ້ຈັດງານໃຫ້ພໍເປັນພິທີຕາມຮີດຄອງປະເພນີ ຍ້ອນການລະບາດຂອງໂຄວິດ-19.

ໜັງສືພິວຽງຈັນທາມ ລາຍງານວ່າ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວຍັງມີການແຜ່ລະບາດເປັນວົງກວ້າງ ເຊິ່ງບາງປະເທດພະຍາດດັ່ງກ່າວໄດ້ກັບມາແຜ່ລະບາດເປັນຮອບໃໝ່ ໂດຍລັດຖະບານໄດ້ມີການສັ່ງໂຈະການຈັດງານຕ່າງໆໃນໄລຍະນີ້ເພື່ອປ້ອງກັນພະຍາດດັ່ງກ່າວ ເຊິ່ງອາດ ຈະລວມທັງງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີ ເຖິງແມ່ນວ່າການນໍາແຂວງໄຊຍະບູລີຈະໄດ້ກໍານົດມື້ຈັດງານບຸນຊ້າງດັ່ງກ່າວໄວ້ແລ້ວກໍ່ຕາມ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການຈັດງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີວ່າ: ການຈັດງານບຸນຊ້າງປີ 2021 ນີ້ ຈະບໍ່ຈັດໃຫ່ຍຄືທຸກໆປີທີ່ຜ່ານມາ ຍ້ອນປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຈະຈັດງານໃຫ້ພໍເປັນພິທີຕາມຮີດຄອງປະເພນີ ທີ່ເຄີຍປະຕິ ບັດກັນມາ ເຊິ່ງງານດັ່ງກ່າວຈະມີພຽງວັນດຽວ ໂດຍໄດ້ກໍານົດເອົາວັນທີ 13 ກຸມພາ 2021 ເປັນມື້ຈັດ ງານບຸນ, ສ່ວນວ່າຈະໄດ້ຈັດງານບຸນຕາມກຳນົດການ ຫຼື ບໍ່ນັ້ນແມ່ນຂັ້ນເທິງຈະເປັນຜູ້ຕັດສິນວ່າຈະອະນຸຍາດໃຫ້ຈັດ ຫຼື ບໍ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...