spot_img
Homeຂ່າວພາຍ​ໃນການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວຫຼັງມີປະກາດຫ້າມນຳເຂົ້າອາຫານທະເລຈາກໄທຊົ່ວຄາວ

ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວຫຼັງມີປະກາດຫ້າມນຳເຂົ້າອາຫານທະເລຈາກໄທຊົ່ວຄາວ

Published on

ອີງຕາມການລາຍງານຂ່າວຈາກ dailynews ໃຫ້ຮູ້ວ່າ ໃນວັນທີ 24 ທັນວາ 2020 ທ່ານ ສົມເດັດ ສຸສົມບູນ ຫົວໜ້າກົມສົ່ງເສີມການຄ້າລະຫວ່າງປະເທດກ່າວວ່າ ທ່ານລັດຖະມົນຕີກະຊວງການຄ້າ ແລະ ເລຂາປະຈຳກະຊວງການຄ້າໄດ້ມອບໝາຍໃຫ້ເອກອັກຄະລັດຖະທູດຕ່າງປະເທດ ແລະ ຮອງ ລວມທັງພະແນກການທີ່ກ່ຽວຂ້ອງເພື່ອເລັ່ງຊີ້ແຈງທຳຄວາມເຂົ້າໃຈ ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໃນກໍລະນີທາງການຄ້າລາວກຽມທີ່ຈະອອກຄຳສັ່ງຫ້າມນຳເຂົ້າອາຫານທະເລສົດຈາກປະເທດໄທ ເນື່ອງຈາກກັງວົນກ່ຽວກັບການລະບາດຂອງໂຄວິດ-19 ໃນປະເທດໄທທີ່ຕະຫຼາດກາງອາຫານທະເລຈັງຫວັງສະໝຸດສາຄອນ.

“ລັດຖະບານໄທໄດ້ຊີ້ແຈງສາເຫດທີ່ແທ້ຈິງກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໃນຕອນບ່າຍມື້ວານນີ້. ເຊິ່ງຫຼາຍອົງການໄດ້ກະກຽມຂໍ້ມູນຄວາມຈິງ ເພື່ອທຳຄວາມເຂົ້າໃຈກັບລັດຖະບານລາວໃນການຮັບຮູ້ຂໍ້ເທັດຈິງທີ່ວ່າ ອາຫານທະເລສົດຂອງໄທ ແລະ ອາຫານແຊ່ແຂງ ປາສະຈາກພະຍາດຕິດຕໍ່ ແລະ ຈະນຳເອົາຜົນໄດ້ຮັບທາງວິຊາການກ່ຽວກັບການລະບາດຂອງໂຄວິດ-19 ວ່າການຕິດເຊື້ອບໍ່ໄດ້ແຜ່ລາມຈາກມະນຸດສູ່ສັດມາຢັ້ງຢືນ”.

ທັງນີ້, ກະຊວງການຄ້າຂອງໄທເຊື່ອໝັ້ນວ່າຈະສາມາດຊີ້ແຈງ ແລະ ທຳຄວາມເຂົ້າໃຈຕໍ່ບັນຫານີ້ກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໄດ້ ເຊິ່ງປັດຈບັນ, ໄທມີມູນຄ່າການສົ່ງອອກອາຫານທະເລແລະ ອາຫານແຊ່ແຂງໃຫ້ປະເທດລາວໃນແຕ່ລະປີມີມູນຄ່າຫຼາຍກວ່າ 100-120 ລ້ານບາດ ຫຼື ປະມານ 32 ຫາ 39 ພັນລ້ານກີບຕໍ່ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...