spot_img
Homeຂ່າວພາຍ​ໃນມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ

ມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ

Published on

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ໃນມື້ວັນທີ 24 ທັນວາ 2020 ນີ້ ເຊິ່ງມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ).

ມາດຕະຖານການຄິດໄລ່ນໍ້າໜັກເກັບຄ່າຜ່ານທາງສໍາລັບລົດແຕ່ລະປະເພດເຊິ່ງມີຕົວຢ່າງການຄິດໄລ່ຄ່າຜ່ານທາງມີດັ່ງລຸ່ມນີ້:

ລົດບັນທຸກປະເພດ 1 : ນໍ້າໜັກບໍ່ເກີນ 2ໂຕນ ຄິດໄລ່ລາຄາແມ່ນ 600ກີບ/ກມ ຄູນຕາມໄລຍະທາງວຽງຈັນຫາວັງວຽງ 110ກມຄູນ 600ກີບ = 66.000 ກີບ

ລົດບັນທຸກປະເພດ 2 : ນໍ້າໜັກ 2ໂຕນ ຫາ 5ໂຕນ ຄິດໄລ່ລາຄາແມ່ນ 1.000ກີບ/ກມ ຄູນຕາມໄລຍະທາງວຽງຈັນຫາວັງວຽງ 110ກມຄູນ 1.000ກີບ = 110.000 ກີບ

ລົດບັນທຸກປະເພດ 3 : ນໍ້າໜັກ 5ໂຕນ ຫາ 10ໂຕນ ຄິດໄລ່ລາຄາແມ່ນ 1.400ກີບ/ກມ ຄູນຕາມໄລຍະທາງວຽງຈັນຫາວັງວຽງ 110ກມຄູນ 1.400ກີບ = 154.000 ກີບ

ລົດບັນທຸກປະເພດ 4 : ນໍ້າໜັກ 10ໂຕນ ຫາ 15ໂຕນ ຄິດໄລ່ລາຄາແມ່ນ 2.000ກີບ/ກມ ຄູນຕາມໄລຍະທາງວຽງຈັນຫາວັງວຽງ 110ກມ ຄູນ 2.000ກີບ = 220.000 ກີບ

ການຄິດໄລ່ໂດຍລວມ ອາດມີການຄາດເຄື່ອນທາງຕົວເລກ ລະບົບການຄິດໄລ່ຄ່າຜ່ານທາງ ແລະ ການແບ່ງປະເພດລົດໂດຍສານ ລົດປະເພດ1 : 7 ບ່ອນນັ່ງລົງມາ ແມ່ນຄິດໄລ່ລາຄາ 600ກີບ/ກມ, ລົດປະເພດ2 : 8 ຫາ 9 ບ່ອນນັ່ງ ແມ່ນຄິດໄລ່ລາຄາ 1.000ກີບ/ກມ, ລົດປະເພດ3 : 20 ຫາ 39 ບ່ອນນັ່ງ ແມ່ນຄິດໄລ່ລາຄາ 1.400ກີບ/ກມ, ລົດປະເພດ4 : 40 ບ່ອນນັ່ງຂຶ້ນໄປ ແມ່ນຄິດໄລ່ລາຄາ 2.000ກີບ/ກມ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...