spot_img
Homeຂ່າວພາຍ​ໃນການບິນລາວມີແຜນດຶງດູດເອົາເຮືອບິນຂອງຕ່າງປະເທດມາສ້ອມບຳລຸງຮັກສາທີ່ອູ່ການບິນລາວ

ການບິນລາວມີແຜນດຶງດູດເອົາເຮືອບິນຂອງຕ່າງປະເທດມາສ້ອມບຳລຸງຮັກສາທີ່ອູ່ການບິນລາວ

Published on

ການສ້ອມແປງໃຫຍ່ເຮືອບິນ ແອບັສ໌ 320 ຄັ້ງທຳອິດ ໂດຍພະແນກວິສະວະກຳ ແລະ ສ້ອມບຳລຸງເຮືອບິນ ຂອງລັດວິສາຫະກິດການບິນລາວ.

ຕາມການລາຍງານຂອງ ການບິນລາວ ໃຫ້ຮູ້ວ່າ ພາຍໃຕ້ການຊີ້ນຳນຳພາ ຂອງຄະນະພັກຄະນະອຳນວຍການລັດວິສາຫະກິດການບິນລາວ, ແລະໂດຍໄດ້ຮັບການຢັ້ງຢືນ ອະນຸມັດຈາກກົມການບິນພົນລະເຮືອນລາວ AMO Approved Maintenance Organization ຕາມມາດຕະຖານຂອງອົງການການບິນພົນລະເຮືອນສາກົນ ICAO International Civil Aviation Organization, ລັດວິສາຫະກິດການບິນລາວ ໄດ້ດຳເນີນການສ້ອມບຳລຸງຮັກສາຕາມຮອບວຽນໃຫຍ່ (ຕາມກຳນົດ 8 ປີ ພາຍຫຼັງອອກຈາກໂຮງງານຜະລິດ C4 Check) ເຮືອບິນຊະນິດອາຍພົ່ນ ແອບັສ໌ 320 ໂດຍພະແນກວິສະວະກຳສ້ອມບຳລຸງເຮືອບິນ ດ້ວຍຕົນເອງເປັນຄັ້ງທຳອິດ ໃນປະຫວັດສາດຂອງການສ້າງຕັ້ງສາຍການບິນແຫ່ງຊາດລາວ.

ລັດວິສາຫະກິດການບິນລາວ ໄດ້ມີແຜນໃນການພັດທະນາຄວາມສາມາດເພື່ອໃຫ້ໄດ້ການຮອງຮັບ ຈາກກົມການບິນພົນລະເຮືອນຂອງ ຢູໂຣບ ພາກ 145 (EASA 145 European Aviation Safety Agency part 145), ທັງນີ້ກໍ່ເພື່ອສ້າງລາຍຮັບເພີ້ມ ໂດຍການດຶງດູດເອົາເຮືອບິນຂອງຕ່າງປະເທດມາສ້ອມບຳລຸງຮັກສາທີ່ອູ່ສ້ອມແປງຂອງ ລັດວິສາຫະກິດການບິນລາວ ແລະ ກະກຽມໃສ່ການຕໍ່ໃບຢັ້ງຢືນເທື່ອທີ 3 ຕາມມາດຕະຖານຄວາມປອດໄພການບິນ ຂອງ ສະມາຄົມຂົນສົ່ງທາງອາກາດສາກົນ (IOSA- IATA Oversign Safety Audit) ເພື່ອສືບຕໍ່ຮັກສາການເປັນສະມາຊິກຂອງ IATA (International Air Transport Association) ໃຫ້ໝັ້ນຄົງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...