ມຽນມາສັ່ງປິດ 5 ເມືອງ ເພື່ອຄວບ ຄຸມການແຜ່ລະບາດໂຄວິດ-19

ສຳນັກຂ່າວຕ່າງປະເທດລາວ ເວັບໄຊ Worldometers ລາຍງານສະຖານະການໄວຣັສໂຄວິດ-19 ປະຈຳວັນທີ 6 ທັນວາ 2020 ທີ່ຜ່ານມາ ພົບຜູ້ປ່ວຍຕິດເຊື້ອທົ່ວໂລກລວມ 66,830,951 ຄົນ ເພີ່ມຂຶ້ນ 617,177 ຄົນ, ເສຍຊີວິດ 1,533,715 ราย ເພີ່ມຂຶ້ນ 10,071 ຄົນ, ຮັກສາຫາຍ 46,224,442 ຄົນ.

ປະເທດມຽນມາ ຢູ່ໃນລຳດັບທີ 69 ມີຜູ້ຕິດເຊື້ອລວມທັງໝົດ 105,863 ຄົນ ເພີ່ມຂຶ້ນ 1,376 ຄົນເສຍຊີວິດ 2,220 ຄົນ ເພີ່ມຂຶ້ນ 19 ຄົນ ຮັກສາຫາຍ 84,338 ຄົນ.

ພະແນກປະຊາສຳພັນ ເປີດເຜີຍຂໍ້ມູນ ຜ່ານບັນຊີ PRD Twitter, ພະແນກປະຊາສຳພັນ ລະບຸວ່າລັດຖະບານສູນກາງຂອງມຽນມາແຈ້ງການອອກມາດຕະການປິດເມືອງສຳລັບ 5 ເມືອງຄື: ທ່າຂີ້ເຫຼັກ, ຊຽງຕຸງ, ເມືອງໂຕງ, ເມືອງຍອງ ແລະ ເມືອງສາດ ເພື່ອຄວບຄຸມການແຜ່ລະບາດໂຄວິດ-19.

ຮຽບຮຽງຂ່າວ: ພູດສະດີ