spot_img
Homeຂ່າວທ້ອງຖິ່ນ"Say Lao-Eng" ມີໃຫ້ໂຫຼດທີ່ Google Play Store

“Say Lao-Eng” ມີໃຫ້ໂຫຼດທີ່ Google Play Store

Published on

“ Say Lao-Eng”  ໂປຣແກມສຳລັບແປພາສາລາວເປັນພາສາອັງກິດ ແລະ ພາສາອັງກິດເປັນພາສາລາວໃນໂທລະສັບມືຖື ເປັນແອັບພລິເຄຊັ່ນສຽງໂຕທຳອິດຂອງລາວທີ່ໃຫ້ບໍລິການໃນ Google Play Store.

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງວິທະຍາສາດ ແລະ ເທັກໂນໂລຢີຮ່ວມກັບສະຖາບັນເທັກໂນໂລຍີຄອມພິວເຕີ ແລະ ອິເລັກໂທຣນິກເປີດເຜີຍໂປຣແກຣມແປພາສາສຳລັບໂທລະສັບໃນມືຖືໃນວັນທີ 20 ພະຈິກທີ່ຜ່ານມາ.

“Say Lao-Eng” ສາມາດດາວໂຫຼດໄດ້ໂດຍໂດຍການສະແກນ QR ແລະ ສາມາດໃຊ້ງານກັບສະມາດໂຟນລະບົບ Android ເວີຊັ່ນ 4 ຂຶ້ນໄປ.

ກອງປະຊຸມເຜີຍແຜ່ຂໍ້ມູນໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເຊິ່ງແອັບໄດ້ພັດທະນາໃຫ້ແປພາສາລາວເປັນພາສາອັງກິດ ແລະ ພາສາອັງກິດເປັນພາສາລາວ ໂດຍການໃຊ້ສຽງ ເຊິ່ງເປັນປະໂຫຍດສຳລັບນັກສຶກສາ, ນັກທ່ອງທ່ຽວ ແລະ ຄົນທົ່ວໄປ.

ສຳລັບການພັດທະນາລະບົບການແປພາສາ ຫຼາຍກວ່າ 4,000 ຄຳ ມາຮດປັດຈຸບັນ, ແປໄດ້ 33 ພາສາ, ລວມເຖິງ ພາສາທີ່ກ່ຽວຂ້ອງກັບທີ່ຕັ້ງ, ສະໜາມບິນ, ເຮືອບິນ, ແທັກຊີ, ອິນເຕີເນັດ,​ ການສື່ສານ,​ຜູ້ຢູ່ອາໄສ, ລົດເມ,​ພາຫະນະ,​ໂທລະຄົມມະນາຄົມ, ການເງິນ, ການທະນາຄານ, ຕ້ອນຮັບ ແລະ ອຳລາ. ແລະ ຄຳອື່ນໆທີ່ແປແລ້ວເພື່ອປະໂຫຍດຕໍ່ຄົນພິການ, ຜູ້ເດີນທາງກັບເດັກນ້ອຍ ຫຼື ເດີນທາງໄປເຮັດທຸລະກິດ.

ການແປແມ່ນກ່ຽວຂ້ອງກັບການຮັກສາສຸຂະພາບ, ຕຳຫຼວດ, ເຫດສຸກເສີນ, ຄວາມຮັກ,​ຄວາມໂສກເສົ້າ, ດິນຟ້າອາກາດ, ວຽກເຮັດງານທຳ, ການສຶກສາ, ການທ່ອງທ່ຽວ, ຄວາມມັກ, ຄວາມຫຍຸ້ງຍາກໃນການສື່ສານ, ການສົນທະນາ, ວັດທະນະທຳ, ການຄ້າ, ການຂາຍເຄື່ອງ ແລະ ການກິນອາຫານ.

ການນຳໃຊ້ແອັບແປສຽງໂດຍໃຊ້ໂທລະສັບມືຖືແມ່ນສ່ວນໜຶ່ງຂອງ ສປປ ລາວ ໃນການຕອນສະໜອງທີ່ທັນສະໄໝ, ສະດວກ ແລະ ວ່ອງໄວໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີທີ່ມີຈຸດປະສົງເພື່ອຮັບໃຊ້ປະຊາຊົນໃຫ້ທັນສະໄໝ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...