spot_img
Homeຂ່າວທ້ອງຖິ່ນໄທ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ໄທ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

Published on

ລັດຖະບານ ແຫ່ງ ຣາ​ຊະ​ອານາຈັກ​ໄທ ໄດ້ໃຫ້ການຊ່ວຍເຫຼືອເງິນ ຈໍານວນ 200.000 ບາດ ໃຫ້ລັດຖະ ບານ ແຫ່ງ ສປປ ລາວ, ເພື່ອ​ ເປັນ​ການ​ປະກອບສ່ວນ ຊື້ເຄື່ອງຄົວ​ເຮືອນທີ​່ຈຳເປັນ ແລະ ເຂົ້າສານອາຫານ ຈໍານວນໜຶ່ງໄປ​ຊ່ວຍເຫຼືອ​ປະຊາຊົນຜູ້​ປະສົບ​ໄພ​ພິບັດນໍ້າ​ຖ້ວມຢູ່​ບັນດາແຂວງພາກກາງ ແລະ ພາກ​ໃຕ້​ຂອງ​ລາວ.

ໜັງສືພິມວຽງຈັນທາມ ລາຍງານວ່າ ພິທີມອບ-ຮັບ​ເງິນຊ່ວຍ​ເຫຼືອ​ດັ່ງກ່າວ ໄດ້ຈັດຂຶ້ນວັນ​ທີ 17 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ, ລະຫວ່າງ ຕາງໜ້າ​ໃຫ້​ລັດຖະບານ ແຫ່ງ ສປປ ລາວ ໂດຍ ລັດຖະມົນຕີກະຊວງແຮງ​ງານ ແລະ ສະຫວັດດີ​ການສັງຄົມ (ຮສສ), ທ່ານ ຄຳ​ແພງ ໄຊ​ສົມ​ແພງ ແລະ ຕາງໜ້າ​ໃຫ້ຣາ​ຊະ​ອານາຈັກ​ໄທ ໂດຍອຸປະ​ທູດ​ຮັກສາ​ການສະຖານ​ເອກ​ອັກ​ຄະ​ຣາ​ຊະ​ທູດ ແຫ່ງຣາ​ຊະ​ອານາຈັກ​ໄທ ປະຈໍາລາວ, ທ່ານ ນາງ ອຸ​ຣະ​ວະ​ດີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ດັ່ງກ່າວ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ໄດ້​ສະແດງ​ຄວາມຂອບ ໃຈເປັນ​ຢ່າງ​ສູງ​ຕໍ່​ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາ​ຊະ​ອາ ນາຈັກ​ໄທທ່ີ່​ໄດ້​ປະກອບ​ສ່ວນ​ຊ່ວຍເຫຼືອປະຊາຊົນ​ຜູ້​ປະສົບ​ໄພ​ໃນ​ຄັ້ງ​ນີ້ ແລະ ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະ​ຫວ່າງ ລາວ​-​ໄທ ໃຫ້​ນັບ​ມື້​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...