spot_img
Homeຂ່າວທ້ອງຖິ່ນສູນການຄ້າ 7 ແຫ່ງ ແລະ ຕະຫຼາດ 2 ແຫ່ງ ໃນ ນວ ຈະຫຼຸດຜ່ອນການໃຊ້ຖົງຢາງພລາສຕິກ ໃນຕົ້ນປີ 2021

ສູນການຄ້າ 7 ແຫ່ງ ແລະ ຕະຫຼາດ 2 ແຫ່ງ ໃນ ນວ ຈະຫຼຸດຜ່ອນການໃຊ້ຖົງຢາງພລາສຕິກ ໃນຕົ້ນປີ 2021

Published on

ຕາມການລາຍງານ ຈາກ Lao Youth Radio ໃຫ້ຮູ້ວ່າ ໂຄງການວຽງຈັນສະອາດ ຫວັງໃຫ້ທຸກຄົນໃນນະຄອນຫຼວງຫຼຸດການນຳໃຊ້ຖົງຢາງພລາສຕິກ ເພື່ອຮັກສາສິ່ງແວດລ້ອມ, ເປັນການຜັນຂະຫຍາຍນະໂຍບາຍ 6 ສ ຂອງນະຄອນຫຼວງວຽງຈັນ ໂດຍໄລຍະທຳອິດຈະມີສູນການຄ້າ 7 ແຫ່ງ ແລະ ຕະຫຼາດ 2 ແຫ່ງເຂົ້າຮ່ວມ.

ທ່ານ ແອງພອນ ແພງສຸວັນ ຮັກສາການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ກ່າວໃນພິທີເປີດໂຄງການວຽງຈັນສະອາດ ໃນວັນທີ 17 ພະຈິກ 2020 ທີ່ຜ່ານມາວ່າ: ການຈັດຕັ້ງປະຕິບັດໂຄງການນີ້ໃນໄລຍະທຳອິດປີ 2021 ຈະມີ 7 ສູນການຄ້າ ແລະ 2 ຕະຫຼາດເຂົ້າຮ່ວມ ຄື: ສູນການຄ້າບາຊາບີ, ສູນການຄ້າພາກຊັນ, ສູນການຄ້າໄອເຕັກ ມໍ, ສູນການຄ້າວິວ ມໍ, ຮ້ານຊຸບເປີມາເກັດເຈມາກ, ໂຊກທະວີ ແລະ ມາໂກໂຕະ. ນອກຈາກນັ້ນ, ຍັງມີຕະຫຼາດໜອງຈັນ ແລະ ຕະຫຼາດໂພນສະຫວ່າງ.

ໂດຍບັນດາຫ້າງຮ້ານ, ສູນການຄ້າ ແລະ ຕະຫຼາດເຂົ້າຮ່ວມໂຄງການຈະເລີ່ມຈັດຕັ້ງການຢຸດແຈກຖົງຢາງພລາສຕິກໃຫ້ລູກຄ້າໃນທຸກໆວັນພຸດ ນັບແຕ່ເດືອນມັງກອນ 2021 ເປັນຕົ້ນໄປ ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການ ຈະຕ້ອງນຳຖົງຜ້າ, ຖົງເຈ້ຍ ແລະ ຖົງທີ່ເຮັດດ້ວຍວັດສະດຸທີ່ຍ່ອຍສະຫຼາຍໄດ້ງ່າຍໄວ້ບໍລິການລູກຄ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...