spot_img
Homeຂ່າວທ້ອງຖິ່ນສະພາຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ

ສະພາຮັບຮອງແຜນຜັງລວມຕົວເມືອງ ນວ ຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ

Published on

ສະພາແຫ່ງຊາດ ໄດ້ຮັບຮອງແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ສະບັບທີ IIIຄວບຄຸມເນື້ອທີ່ 61 ພັນກວ່າເຮັກຕາ ເພື່ອຮອງຮັບຕໍ່ສະພາບການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມ ເນື່ອງຈາກເຫັນວ່າແຜນຜັງລວມ ສະບັບທີ II ຍັງບໍ່ທັນຕອບສະໜອງ ກັບຄວາມຕ້ອງການ ການຂະຫຍາຍຕົວຂອງຕົວເມືອງ.

ອີງຕາມການລາຍງານຂ່າວຈາກເວັບໄຊຂ່າວ ເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ທ່ານ ບຸນຈັນ ສິນທະວົງ ກ່າວວ່າ: ແຜນຜັງລວມຕົວເມືອງ ນວ ສະບັບທີ I ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1991 ໂດຍ ມີເນື້ອທີ່ວາງແຜນ 9.300 ເຮັກຕາ ກວມເອົາ 100 ບ້ານ ຢູ່ໃນ 4 ຕົວເມືອງຄື: ເມືອງຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ. ສ່ວນແຜນຜັງລວມຕົວເມືອງ ສະບັບທີ II ໄດ້ຖືກຮັບຮອງ ໃນປີ 2002 ມີເນື້ອທີ່ວາງແຜນ ທັງໝົດ 20.250 ເຮັກຕາ ແລະ ລວມເອົາ 180 ບ້ານ ໂດຍການປະເມີນແຜນຜັງລວມຕົວເມືອງ ສະບັບທີ I ແລະ II ເຫັນວ່າ ໄດ້ປະກອບສ່ວນຕໍ່ການພັດທະນາໂດຍລວມຂອງ ນວ ຢ່າງຮອບດ້ານ, ອັນໄດ້ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມຂອງຕົວເມືອງ ໄດ້ຮັບການປັບປຸງ ພັດທະນາຂຶ້ນຢ່າງເປັນຮູບປະທໍາ.

ເຖິງແນວໃດກໍຕາມ ແຜນຜັງເມືອງທັງສອງສະບັບຜ່ານມາ ຍັງບໍ່ທັນຕອບສະໜອງ ກັບຄວາມຕ້ອງ ການ ຂອງຈັງຫວະການຂະຫຍາຍຕົວຂອງຕົວເມືອງ ເປັນຕົ້ນແມ່ນເພື່ອຮອງຮັບການເພີ່ມຂຶ້ນຢ່າງໄວຂອງປະຊາກອນ ອັນໄດ້ເຮັດໃຫ້ເກີດມີການກາຍເປັນຕົວເມືອງທີ່ແຜ່ລາມ, ການຖົມຫ້ວຍໜອງຄອງບຶງທີ່ກໍ່ໃຫ້ເກີດ ນໍ້າອັ່ງ, ນໍ້າຂັງ, ນໍ້າຖ້ວມຢູ່ຫຼາຍຈຸດ ແລະ ສະພາບການຊຸດໂຊມຂອງສະພາບແວດລ້ອມ ແມ່ນມີແນວໂນ້ມນັບມື້ນັບຮຸນແຮງ. ຈາກການຕີລາຄາເຫັນວ່າບັນຫາເຫຼົ່ານີ້ ມີການພົວພັນນໍາແຜນຜັງຕົວເມືອງສອງດ້ານຄື: ດ້ານວິທີການວາງແຜນຜັງ ແລະ ດ້ານການຈັດຕັ້ງປະຕິບັດແຜນຜັງ.

ສະນັ້ນ, ຈຶ່ງໄດ້ສະເໜີແຜນຜັງລວມຕົວເມືອງ ນວ ສະບັບທີ III ເພື່ອຮອງຮັບຕໍ່ສະພາບການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງການນຳໃຊ້ທີ່ດິນເພື່ອການພັດທະນາ ລວມທັງເພື່ອເປັນແນວໃນທາງໃນການສືບຕໍ່ແກ້ໄຂສະພາບບັນຫາທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນຜັງຕົວເມືອງສະບັບຜ່ານມາ ແລະ ເພື່ອໃຫ້ສອດຄ່ອງກັບວິໄສທັດການພັດທະນາ ນວ ໃນ ໄລຍະໃໝ່ຄື: ສ້າງ ນວ ໃຫ້ເປັນນະຄອນໜ້າຢູ່, ນະຄອນຍືນຍົງ, ນະ ຄອນອັດສະລິຍະເປັນກ້າວໆ ແລະ ພັດທະນາ ນວ ຕາມທິດຫັນເປັນຕົວເມືອງ ໂດຍໄດ້ຜັນຂະຫຍາຍໃຫ້ເປັນ 3 ວິໄສທັດ ສະເພາະຂອງແຜນຂະຫຍາຍຜັງເມືອງຄື: ສ້າງຕົວເມືອງວຽງຈັນໃຫ້ກາຍເປັນ: 1) ສູນກາງແຫ່ງຊາດຮອບດ້ານ, 2) ສູນ ກາງການເຊື່ອມໂຍງກັບສາກົນແລະອະນຸພາກພື້ນ ແລະ 3) ຕົວເມືອງນິເວດເປັນມິດກັບສິ່ງແວດລ້ອມທໍາມະຊາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...