spot_img
Homeຂ່າວທ້ອງຖິ່ນຫຼວງພະບາງປະຕິບັດໂຄງການຫຼຸດລາຄາແຕ່ຮັກສາກໍາໄລ ເພື່ອສົ່ງເສີມລາວທ່ຽວລາວ

ຫຼວງພະບາງປະຕິບັດໂຄງການຫຼຸດລາຄາແຕ່ຮັກສາກໍາໄລ ເພື່ອສົ່ງເສີມລາວທ່ຽວລາວ

Published on

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານວ່າ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງຫຼວງພະບາງ ພວມຮ່ວມກັບບັນດາຂະແໜງການກ່ຽວຂ້ອງ ເລັ່ງຟື້ນຟູຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ຟື້ນໂຕໂດຍໄວ. ຂະນະດຽວກັນ ໄດ້ແນະນໍາໃຫ້ທຸກຫົວ ໜ່ວຍທຸລະກິດທ່ອງທ່ຽວປະຕິບັດໂຄງການຫຼຸດລາຄາແຕ່ຮັກສາກໍາໄລ ເພື່ອໃຫ້ສາມາດຢູ່ລອດໄດ້ຕໍ່ໄປ.

ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໃຫ້ສໍາພາດວ່າ: ເພື່ອຊ່ວຍໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນແຂວງຟື້ນຕົວນັບມື້ດີຂຶ້ນ ພະແນກ ຖວທ ແຂວງ ໄດ້ຈັດກອງປະຊຸມປຶກສາຫາລືກັບສະມາຄົມໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຈັດຕັ້ງປະຕິບັດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ເປັນຕົ້ນ, ໄດ້ຮ່ວມກັບລັດວິສາຫະກິດການບິນລາວຈັດກິດຈະກໍາ ສົ່ງ ເສີມການທ່ອງທ່ຽວຄື: ການຫຼຸດຄ່າປີ້ຍົນໄປ-ກັບ ແລະ ໃຫ້ພັກຢູ່ໂຮງແຮມ 2 ຄືນຢູ່ຫຼວງພະບາງ, ຈັດເທດສະການກາເຟລາວ ແລະ ກິດຈະກໍາໄຫລເຮືອໄຟໃນມື້ອອກພັນສາສໍາເລັດແລ້ວ, ສ່ວນໃນຕໍ່ໜ້າຈະຈັດອີກຫຼາຍກິດຈະກໍາ ເປັນຕົ້ນແມ່ນ ເທດສະການອາຫານລາວ, ການແຂ່ງ ຂັນຖີບລົດເພື່ອສຸຂະພາບ ແລະ ອື່ນໆ.

ທ່ານ ນາງ ສຸດາພອນ ຄົມທະວົງ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການຈັດກິດຈະກໍາຕ່າງໆ ທາງແຂວງໄດ້ແນະນໍາໃຫ້ຜູ້ປະກອບການທ່ອງທ່ຽວ ຫັນປ່ຽນວິທີດໍາເນີນກິດຈະການ ໂດຍແນໃສ່ນັກທ່ອງທ່ຽວພາຍໃນເປັນຕົ້ນຕໍ ດ້ວຍການປະຕິບັດໂຄງການຫຼຸດລາຄາແຕ່ຮັກສາກໍາໄລຄືການຫຼຸດລາຄາຄ່າບໍລິການເຊັ່ນ: ຄ່າທີ່ພັກ, ອາຫານ ແລະ ການບໍລິການອື່ນໆ ລົງຈາກລາຄາປົກກະຕິ ແຕ່ຍັງພໍໄດ້ກໍາໄລ ເພື່ອສົ່ງເສີມລາວທ່ຽວລາວ ແລະ ເຮັດໃຫ້ນັກທ່ອງທ່ຽວພາຍໃນສາມາດໃຊ້ການບໍລິການຕ່າງໆໄດ້. ຄຽງຄູ່ກັນນີ້ ໄດ້ແນະນໍາໃຫ້ບັນດາທຸລະກິດການທ່ອງທ່ຽວພາຍໃນແຂວງ ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ລັດຖະບານວາງອອກ ເປັນຕົ້ນ: ການຮັກສາໄລຍະຫ່າງ ແລະ ການປະກອບເຈວລ້າງມືຢູ່ບັນດາທີ່ພັກ ແລະ ຮ້ານອາຫານ, ໄປພ້ອມໆກັບການປັບປຸງສະຖານທີ່ທ່ອງທ່ຽວຄືນໃໝ່ເຊິ່ງໃນໄລຍະທີ່ປິດກິດຈະການຊົ່ວຄາວຍ້ອນການລະບາດຂອງພະຍາດໂຄວິດ-19 ທາງແຂວງໄດ້ປັບປຸງຫຼາຍຢ່າງຢູ່ຕາດກວາງຊີ ແລະ ທາດພູສີໃຫ້ດີຂຶ້ນ ແລະ ສວຍງາມກ່ວາເກົ່າ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫຼວງພະບາງໃຫ້ນັບມື້ເພີ່ມຂຶ້ນ.

ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ ມີນັກທ່ອງທ່ຽວມາທ່ຽວແຂວງຫຼວງພະບາງ ພຽງແຕ່ 420.000 ກວ່າຄົນ ຫຼຸດຄາດໝາຍທີ່ວາງໄວ້ 64%. ຂະນະທີ່ປີ 2019 ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ 860.000 ກວ່າຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...