Homeຂ່າວຕ່າງປະເທດມຽນມ້າ ວາງແຜນເປີດໃຫ້ເອກະຊົນຖືຮຸ້ນໄຟຟ້າ ເລັ່ງພັດທະນາພະລັງງານຄວບຄຸມທົ່ວປະເທດ

ມຽນມ້າ ວາງແຜນເປີດໃຫ້ເອກະຊົນຖືຮຸ້ນໄຟຟ້າ ເລັ່ງພັດທະນາພະລັງງານຄວບຄຸມທົ່ວປະເທດ

Published on

YEWA

 

ຄະນະກຳມະການບໍລິຫານການໄຟຟ້າຝ່າຍຜະລິດ ປະຈຳເມືອງຢ່າງກຸ້ງ (YESB) ເປີດເຜີຍໃນວັນທີ 19 ກັນຍາຜ່ານມາ

ນີ້ວ່າກຳລັງວາງແຜນຈະປະຕິຮູບເປັນບໍລິສັດຈົດທະບຽນໃນຕະຫລາດຫລັກຊັບ ເພື່ອໃຫ້ການດຳເນີນງານມີປະສິດທິ

ພາບຫລາຍຍິ່ງຂຶ້ນ.

 

YESB ຈະຖືຄອງຫຸ້ນໃນສັດສ່ວນ 51% ແລະ ເປີດໃຫ້ປະຊາຊົນທົ່ວໄປຖື 49% ຕາມການເປີດເຜີຍຂອງເຈົ້າໜ້າທີ່ ແລະ

ຍັງໃຫ້ຂໍ້ມູນເພີ່ມຕື່ມອີກວ່າ ທາງການຂອງມຽນມ້າ ຈະໃຫ້ຄວາມສຳຄັນຕໍ່ຜູ້ຖືຮຸ້ນພາຍໃນທ້ອງຖິ່ນກ່ອນບໍລິສັດຂອງ

ຕ່າງປະເທດ.

 

ມຽນມ້າ ມຸ່ງໝັ້ນທີ່ຈະຕອບສະໜອງຄວາມຕ້ອງການພະລັງງານໄຟຟ້າທີ່ເພີ່ມສູງຂຶ້ນໃນປະເທດ ແລະ ໄດ້ຮ່າງກົດໝາຍ

ວ່າດ້ວຍພະລັງງານ ເຊິ່ງມີຈຸດປະສົງທີ່ຈະຄວບຄຸມການຜະລິດ ແລະ ສົ່ງອອກອາຍແກັສທຳມະຊາດ ເພື່ອໃຫ້ມີສ່ວນສຳ

ຮອງໄວ້ໃນອານາຄົດ ສຳລັບໄວ້ຜະລິດກະແສໄຟຟ້າ ເຊິ່ງເປັນຄວາມພະຍາຍາມຂອງລັດຖະບານ ທີ່ຈະຈ່າຍພະລັງງານໄຟ

ຟ້າ ໃຫ້ສາມາດຄວບຄຸມພື້ນທີ່ໃນທົ່ວປະເທດ ພາຍໃນໄລຍະ 2 ປີ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...