Home​ຂ່າວບັນເທິງນັກຮ້ອງຊື່ດັງ "ແອນ້ອຍ ນິພົນ" ຈາກໄປຢ່າງສະຫງົບແລ້ວ

ນັກຮ້ອງຊື່ດັງ “ແອນ້ອຍ ນິພົນ” ຈາກໄປຢ່າງສະຫງົບແລ້ວ

Published on

ຖືວ່າເປັນຂ່າວສຸດເສົ້າແຫ່ງວົງການບັນເທິງບ້ານເຮົາ ໃນເວລາ 13:00 ໂມງຂອງມື້ນີ້ (ວັນທີ 16 ກັນຍາ 2020) ແອນ້ອຍ ນິພົນ ລວມອາຍຸໄດ້ 49 ປີ, ນັກຮ້ອງຊື່ດັງຂອງລາວ ” ໄດ້ຈາກໄປຢ່າງສະຫງົບ ດ້ວຍພະຍາດມະເຮັງ

ສ່ວນພິທີບຳເພັນກຸສົນ ແມ່ນຈັດຢູ່ເຮືອນຜູ້ກ່ຽວເອງ ທີ່ ບ້ານດອນໜູນ ຮ່ອມ 12 ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຜົນງານເພງຂອງ ແອນ້ອຍ ນິພົນ ເປັນທີ່ຮູ້ຈັກໃນສັງຄົມລາວຫຼາຍຜົນງານເພງ ບໍ່ວ່າຈະເປັນເພງ ສາວດົງດອກໄມ້, ຄອຍນາງ, ໝັ້ນແລ້ວບໍ່ເອົາ, ສາວໄຮໂຊ, ຂໍຄ່າດອງຄືນ ແລະ ອີກຫຼາຍຜົນງານ.

ຖືວ່າການການສູນເສຍ ສີລະປິນຄູ່ຂັວນດວງໃຈ ລູກທົ່ງລາວ ທີ່ຈາກໄປບໍ່ມີວັນຈະຫວນກັບມາ ເຫຼືອໄວ້ແຕ່ສຽງເພງ ທີ່ເປັນອຳມະຕະຕະຫຼອດການຝາກໄວ້ກັບແຟນເພງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...