spot_img
Homeຂ່າວຕ່າງປະເທດຈີນຈະເດີນໜ້າພັດທະນາ “ເຊມິຄອນຄັດເຕີ” ໃຊ້ເອງຫຼັງອາເມລິກາຂຶ້ນບັນຊີດຳ

ຈີນຈະເດີນໜ້າພັດທະນາ “ເຊມິຄອນຄັດເຕີ” ໃຊ້ເອງຫຼັງອາເມລິກາຂຶ້ນບັນຊີດຳ

Published on

ເວັບໄຊຂ່າວ posttoday ລາຍງານວ່າ ລັດຖະບານຈີນກຽມໃຫ້ການສະໜັບສະໜຸນການຜະລິດເຊມິຄອນຄັດເຕີລຸ້ນທີສາມຢ່າງເຕັມທີ່ເປັນເວລາ 5 ປີ ໄປຈົນເຖິງ 2025 ໂດຍໄດ້ບັນລຸມາດຕະການສົ່ງເສີມການວິໄຈ ການສຶກສາ ແລະ ການສະໜັບສະໜຸນທາງການເງິນໄວ້ໃນແຜນພັດທະນາແຫ່ງຊາດ 5 ປີ, ສະບັບທີ 14 ເຊິ່ງຈະນຳສະເໜີຕໍ່ທີ່ປະຊຸມຄະນະຜູ້ບໍລິຫານປະເທດໃນເດືອນ ຕຸລາ ນີ້.

ຂະນະທີ່ປະທານາທິບໍດີ ສີຈິ້ນຜິງ ຈະທຸ້ມງົບປະມານ ປະມານ 1.4 ລ້ານລ້ານໂດລາ ສຳລັບການພັດທະນາເທັກໂນໂລຢີ ຕັ້ງແຕ່ເຄືອຂ່າຍໄຮ້ສາຍໄປຈົນເຖິງປັນຍາປະດິດ ຕະຫຼອດ 5 ປີ ຂອງແຜນພັດທະນາສະບັບດັ່ງກ່າວ.

ເຊມິຄອນຄັດເຕີເປັນອົງປະກອບສຳຄັນໃນການຜະລິດ ແລະ ພັດທະນາເທັກໂນໂລຢີຂອງຈີນ ແຕ່ລະປີຈີນນຳເຂົ້າແຜງວົງຈອນຫຼາຍກວ່າ 300,000 ລ້ານໂດລາ ໂດຍທີ່ຜູ້ຜະລິດເຊມິຄອນຄັດເຕີໃນຈີນຕ້ອງເພິ່ງພາຊິບຈາກອາເມລິກາ ແຕ່ຫຼັງຈາກອາເມລິກາຂຶ້ນບັນຊີດຳ ບໍລິສັດ ເທັກໂນໂລຢີຈາກຈີນ ເຮັດໃຫ້ບໍລິສັດເຫຼົ່ານັ້ນບໍ່ສາມາດນຳເຂົ້າຊິບຈາກອາເມລິກາອີກຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...