spot_img
Homeຂ່າວຕ່າງປະເທດ​ໜຸ່ມ​ແຮງງານລາວດວງເຮັງ ຖືກ​ຫວຍໄທລາງວັນ​ທີ 1 ຮັບເງິນ 6 ລ້ານ​ບາດ

​ໜຸ່ມ​ແຮງງານລາວດວງເຮັງ ຖືກ​ຫວຍໄທລາງວັນ​ທີ 1 ຮັບເງິນ 6 ລ້ານ​ບາດ

Published on

ເວັບໄຊ thairath ລາຍງານວ່າ ໜຸ່ມແຮງງານລາວ ຜູ້ໂຊກດີຖືກຫວຍລັດຖະບານໄທລາງວັນທີ 1 ໝາຍເລກ 999997 ໄດ້ 6 ລ້ານບາດ ທີ່ອອກລາງວັນໃນວັນທີ 1 ກັນຍາ ທີ່ຜ່ານມາ ເຊິ່ງເງິນລາງວັນສ່ວນໜຶ່ງໄດ້ແບ່ງສົ່ງໄປໃຫ້ແມ່ຢູ່ລາວ.

ເມື່ອເວລາ 9.30 ນາທີ ຂອງວັນທີ 2 ກັນຍາ 202020 ທ້າວ ບຸນຄຳ ເພັງຄຳ ອາຍຸ 34ປີ ເຊົ່າຫ້ອງແຖວຢູ່ ຕຳບົນບ້ານປີກ, ອຳເພີເມືອງ, ຈັງຫວັດຊົນບຸລີ ສັນຊາດລາວ ທີ່ມາທຳງານຢູ່ຮ້ານອາຫານຊົມທະເລ ປາກຄລອງອ່າງສິລາ ໄດ້ນຳໃບລັອດເຕີລີຖືກລາງວັນທີ 1 ຈຳນວນ 1 ໃບ ເຂົ້າພົບ ໄດ້ນຳເອົາໃບເລກທີ່ຊື້ຖືກລາງວັນທີ 1 ຈຳນວນ 1 ໃບ ເຂົ້າໄປຫາ ພັນຕຳຫຼວດໂທ ມົງຄົນ ສິຣິເວດ ສາລະວັດສືບສວນ ສະຖານີຕຳຫຼວດພູທອນ ແສນສຸກ ເພື່ອໃຫ້ລົງບັນທຶກ ໄວ້ເປັນຫຼັກຖານ.

ທ້າວ ບຸນຄຳ ກ່າວວ່າ ທຳອິດຕົນເຫັນເລກທາງໜ້າໃບຫວຍແມ່ນໝາຍເລກ 999997 ກໍ່ບໍ່ຄິດຢາກຊື້ ແຕ່ເພາະມັກເລກ 97 ທາງທ້າຍ ຈຶ່ງຊື້ກັບແມ່ຄ້າ ເຊິ່ງມີຢູ່ທັງໝົດ 3 ໃບ ແຕ່ຕົນຊື້ພຽງໃບດຽວ ຫາກໄດ້ຮັບເງິນແລ້ວຈະໂອນໄປໃຫ້ແມ່ ເນື່ອງຈາກຕອນນີ້ຍັງກັບບ້ານບໍ່ໄດ້ເນື່ອງຈາກຍັງຕິດໂຄວິດ.

ຮຽບຮຽງຂ່າວ: ພຸດສະດີ


ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...