spot_img
Homeຂ່າວທ້ອງຖິ່ນບໍ່ແກ້ວແຈ້ງ "ປ້າຍໂຄສະນາ" ຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ເອກະລັກຂອງຊາດ

ບໍ່ແກ້ວແຈ້ງ “ປ້າຍໂຄສະນາ” ຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ເອກະລັກຂອງຊາດ

Published on

ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ແຈ້ງການໃນວັນທີ 28 ສິງຫາ 2020 ທີ່ຜ່ານມາ ກ່ຽວກັບ ການຳເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາທຸກປະເພດ ເພື່ອເຮັດໃຫ້ທຸກພາກສ່ວນດໍາເນີນການໂຄສະນາຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດຫມາຍ ຕາມກົ້ນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໃຫ້ທຸກພາກສ່ວນເປັນເຈົ້າການປະຕິບັດ ກົດຫມາຍວ່າດ້ວຍປ້າຍຢ່າງເຂັ້ມງວດ, ປະກອບສ່ວນຢ່າງຕັ້ງຫນ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃຫ້ໝົດໄປ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຈົບງາມ ຮັກສາໄດ້ມູນເຊື້ອ ແລະ ເອກະລັກທາງດ້ານວັດທະນະທໍາຂອງຊາດ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຈື່ງໄດ້ແຈ້ງມາຍັງທຸກພາກສ່ວນຊາບດັ່ງນີ້:

1. ຫ້າມທຸກພາກສ່ວນນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາທຸກປະເພດ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໝງການ ກ່ຽວຂ້ອງໂດຍເດັດຂາດ. ໃນກໍລະນີມີຈຸດປະສົງຢາກນໍາເຂົ້າ, ຈັດພິມ ແລະ ຕິດຕັ້ງປ້າຍໂຄສະນາຈະຕ້ອງປະຕິບັດຕາມຂັ້ນຕອນ ດັ່ງຕໍ່ໄປນີ້:

1.1. ການນໍາເຂົ້າປ້າຍທຸກປະເພດເພື່ອຈຸດປະສົງນໍາໃຊ້ທາງລັດຖະການ ຫຼື ການດໍາເນີນທຸລະກິດ ແລະ ອື່ນໆຕ້ອງຍື່ນ ຄໍາຮ້ອງຂໍຜ່ານເນື້ອໃນ ຮູບແບບ ຮູບພາບຕ່າງໆນໍາພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ (ຂະແໜງວັດທະນະທໍາ) ກວດກາ ຢັ້ງຢືນຖືກຕ້ອງ ຈຶ່ງສາມາດນໍາເຂົ້າ, ຈັດພິມໄດ້.

1.2, ທຸກພາກສ່ວນທີ່ມີຈຸດປະສົງຂໍອະນຸຍາດອອກປ້າຍ (ອະນຸຍາດເນື້ອໃນປ້າຍ) ຕ້ອງໄດ້ຍື່ນຄໍາຮ້ອງ ພ້ອມດ້ວຍເນື້ອໃນ, ຮູບພາບ, ຮູບແບບຂອງປ້າຍ ແລະ ເອກະສານກ່ຽວຂ້ອງ ນໍາພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ; ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ; ເພື່ອກວດຜ່ານ ແລະ ພິຈາລະນາອະນຸຍາດພາຍໃນ 8 ວັນລັດຖະການ, ພາຍຫຼັງໄດ້ຮັບອະນຸຍາດຈຶ່ງສາມາດນໍາເນື້ອໃນນັ້ນໄປຈັດພິມໄດ້ ໂດຍຂະໜາດຕ້ອງສົມສ່ວນກັບເນື້ອໃນຂອງປ້າຍ ແລະ ມີຄວາມເຫມາະສົມກັບສະຖານທີ່ຕິດຕັ້ງປ້າຍ, ບໍ່ສ້າງຜົນກະທົບຕໍ່ທິວທັດທໍາມະຊາດ ແລະ ສິ່ງແວດ ລ້ອມອ້ອມຂ້າງ ຫຼື ເປັນອຸປະສັກກີດຂວາງໃນການສັນຈອນ.

1.3. ທຸກພາກສ່ວນທີ່ມີຈຸດປະສົງຂໍຕິດຕັ້ງປ້າຍທຸກປະເພດ ພາຍຫຼັງໄດ້ຮັບອະນຸຍາດຜ່ານເນື້ອໃນຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກສາທາລະນະສຸກແຂວງ, ພະແນກອຸສາຫະກໍາ ແລະ ການຄ້າແຂວງແລ້ວ ຕ້ອງໄດ້ຍື່ນຄໍາຮ້ອງຂໍອະນຸຍາດຕິດຕັ້ງປ້າຍນໍາພະແນກໂຍທາທິການ ແລະ ຂົນສົ່ງ, ໃນການຕິດຕັ້ງປ້າຍ ຕ້ອງຕິດຕັ້ງໃນສະຖານທີ່ເຫມາະສົມຖືກຕ້ອງຕາມມາດຕະ ຖານ ເຕັກນິກ, ໂຄງສ້າງຕ້ອງຮັບປະກັນຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສັງຄົມ.

2. ຫ້າມພາກສ່ວນຕ່າງໆ ຫຼື ບຸກຄົນ ແຕ້ມຮູບ, ພົ່ນສີ, ຂີດຂຽນ ຫຼື ຈັດພິມປ້າຍໄວນິວ ໂປສເຕີໂຄສະນາກາຫມາຍ ໂລໂກຕ່າງໆ ທີ່ບໍ່ຜ່ານການກວດກາ ແລະ ບໍ່ໄດ້ຮັບອະນຸຍາດດ້ານເນື້ອໃນ ໃສ່ຮົ້ວ, ກໍາແພງ, ຝາອາຄານ, ເສົາໄຟຟ້າ, ຕົ້ນໄມ້ຕາມແຄມທາງ ສະຖານທີ່ຕ່າງໆຢ່າງເດັດຂາດ

3. ສໍາລັບປ້າຍຄໍາຂັວນ, ຮູບແຕ້ມ, ຮູບຖ່າຍ ທີ່ໄດ້ຮັບອະນຸຍາດ ແລະ ຕິດຕັ້ງຂ້າມທາງ, ຕິດຕັ້ງຕາມສະຖານທີ່ຕ່າງໆ ເພື່ອສະເຫຼີມສະຫຼອງ, ປຸກລະດົມຂະບວນການ, ເທດສະການ, ງານບຸນ, ກອງປະຊຸມ, ການຢ້ຽມຢາມທາງ ລັດຖະການນັ້ນ ພາຍຫຼັງສໍາເລັດງານດັ່ງກ່າວແລ້ວ ຫຼື ປ້າຍຫາກມີການຈີກຂາດ ທຸກພາກສ່ວນ, ເຈົ້າຂອງປ້າຍຕ້ອງເປັນ ເຈົ້າການເກັບກູ້ໃຫ້ສໍາເລັດພາຍໃນເວລາ 7 ວັນ. ສະເພາະປ້າຍໂຄສະນາຜະລິດຕະພັນສິນຄ້າ ແລະ ການບໍລິການ ສາມາດນໍາໃຊ້ໄດ້ຈົນສິ້ນສຸດສັນຍາ ຫາກມີການປ່ຽນແປງເນື້ອໃນ ແລະ ສະຖານທີ່ຈຶ່ງຂໍອະນຸຍາດນໍາຂະແໜງການ ກ່ຽວຂ້ອງຄືນໃໝ່.

4. ມອບໃຫ້ຂະແໜງວັດທະນະທໍາ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 5 ເມືອງ ເປັນເຈົ້າການໃນການຄຸ້ມຄອງ

5. ໃນກໍລະນີຂະແໜງການຄຸ້ມຄອງ, ກວດກາ ຫາກພົບເຫັນການລະເມີດ ຫຼື ການຕິດຕັ້ງປ້າຍທຸກປະເພດບໍ່ມີຄວາມ ເປັນລະບຽບຮຽບຮ້ອຍ, ມີເນື້ອໃນບໍ່ຖືກຕ້ອງ ແມ່ນຈະໄດ້ແນະນໍາພາກສ່ວນເຈົ້າຂອງຮັບຜິດຊອບ ພ້ອມທັງເຮັດບົດບັນ ທຶກໃນການປັບປຸງ-ຮື້ຖອນຕາມລະບຽບການ ພາຍໃນ 7 ວັນ, ຫາກບໍ່ປະຕິບັດແມ່ນຈະໄດ້ປະຕິບັດມາດຕະການຕາມລະບຽບ ກົດຫມາຍ ພ້ອມທັງຄິດໄລ່ຄ່າເສຍຫາຍໃນການຮື້ຖອນ

6. ສໍາລັບປ້າຍທີ່ຖືກຕ້ອງ ແລະ ໄດ້ຮັບອະນຸຍາດໃນການຕິດຕິດຕັ້ງ ກໍລະນີໝົດກໍານົດເວລາອະນຸຍາດຕ້ອງໄດ້ຍື່ນ ຄໍາຮ້ອງຂໍຕໍ່ໃບອະນຸຍາດໃໝ່ ຖ້າບໍ່ດັ່ງນັ້ນກໍ່ຈະໄດ້ເຮັດບົດບັນທຶກກໍານົດເວລາກູ້ປ້າຍອອກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...