spot_img
Homeຂ່າວທ້ອງຖິ່ນເກີດເຫດຊ້າງປ່າໄດ້ໄລ່ຢຽບປະຊາຊົນ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດຊ້າງປ່າໄດ້ໄລ່ຢຽບປະຊາຊົນ ເສຍຊີວິດຄາທີ່ 1 ຄົນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ເກີດເຫດຊ້າງປ່າໄດ້ໄລ່ຢຽບປະຊາຊົນ ເສຍຊີວິດຄາທີ່ 1 ຄົນ ທີ່ເຂົ້າໄປຫາເກັບເຫັດ ຫຼື ຊອກຫາເຄື່ອງປ່າຂອງດົງເພື່ອມາເຮັດເປັນອາຫານ ຢູ່ບໍລິເວນປ່າ ເຂດເມືອງນາກາຍ ແຂວງຄຳມ່ວນ, ເຊິ່ງໄດ້ພົບເຫັນຜູ້ເສຍຊີວິດ ໃນວັນທີ 24 ສິງຫາ 2020 ທີ່ຜ່ານມາ.

ນາຍບ້ານນາກາຍໃຕ້ ທ່ານ ເຄນສີ ແດງຮຸ່ງເຮືອງ ໄດ້ໃຫ້ຂໍ້ມູນກ່ຽວກັບຊ້າງຢຽບຄົນເສຍຊີວິດດັ່ງກ່າວ ມື້ເຊົ້ານີ້ວັນທີ 26 ສິງຫາວ່າ: ຜູ້ເສຍຊີວິດ ຊື່ທ້າວ ຄຳເໝັ້ນ  ເປັນປະຊາຊົນຢູ່ບ້ານນາກາຍໃຕ້ ເມືອງນາກາຍ ແຂວງຄໍາມ່ວນ, ອາຍຸປະມານ 70 ປີ ເຊິ່ງໄດ້ເຂົ້າປ່າ ໄປຫາເຫັດ ຫຼື ເຄື່ອງປ່າຂອງດົງ ນັບຕັ້ງແຕ່ວັນທີ 22 ສິງຫາ 2020, ໂດຍໄດ້ເຂົ້າໄປຄົນດຽວ, ແຕ່ພາຍຫຼັງທີ່ຜູ້ກ່ຽວໄດ້ ເຂົ້າປ່າໄປແລ້ວ ກໍ່ບໍ່ເຫັນກັບອອກມາເລີຍ.ຕໍ່ມາທາງ ຄອບຄົວຈຶ່ງໄດ້ແຈ້ງຕໍ່ການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເພື່ອອອກຊອກຫາ. ມາຮອດ ວັນທີ 24 ສິງຫາ ຈຶ່ງໄດ້ພົບເຫັນຜູ້ກ່ຽວຢູ່ໃນປ່າ ໃນສະພາບຫົວແຕກ, ແຄ່ງຫັກ ແລະ ໝົດລົມຫາຍໃຈ. ນອກນັ້ນ, ຢູ່ບໍລິເວນຈຸດທີ່ຜູ້ກ່ຽວ ເສຍຊີວິດ ແມ່ນພົບເຫັນຮອຍຕີນຊ້າງປ່າຈຳນວນຫຼາຍ ເຊິ່ງຕາມການສັນນິຖານຂອງເຈົ້າໜ້າທີ່ແລ້ວ ການເສຍ ຊີວິດຂອງຜູ້ກ່ຽວແມ່ນເກີດຈາກຖືກ ຊ້າງປ່າຢຽບ. ເຫດຊ້າງປ່າໄລ່ຢຽບປະຊາຊົນແມ່ນເຄີຍເກີດຂຶ້ນຢູ່ ເມືອງນາກາຍ ແຕ່ກໍຫຼາຍປີທີ່ຜ່ານມາແລ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...