ອັງກິດກຽມຊື້ວັກຊີນໂຄວິດ-19 ເພີ່ມ! ລວມເຖິງຖືສິດຄອບຄອງ 362 ລ້ານໂດສ

ວັບໄຊ sanook ລາຍງານວ່າ ອັງກິດກຽມສັ່ງຊື້ວັກຊີນຄວິດ-19 ຈາກບໍລິສັດ ຈອນສັນ ແອນ ຈອນສັນ (J&J) ແລະ ໂນວາແວກ (Novavax) ໂດຍນັບເປັນການເຮັດສັນຍາການສັ່ງຊື້ວັກຊີນຄັ້ງໃຫຍ່ ເພື່ອຈຸດປະສົງໃນການຮັບມືຂອງລັດຖະບານອັງກິດຄັ້ງທີ 6 ນັບຕັ້ງແຕ່ມີການລະບາດເກີດຂຶ້ນ.

ບໍລິສັດ ຈອນສັນ ແອນ ຈອນສັນ ລະບຸວ່າ ໜ່ວຍງານ  Janssen Pharmaceutica ເຊິ່ງເປັນຝ່າຍຜະລິດວັກຊີນຂອງບໍລິສັດ ຈະຈັດສົ່ງວັກຊີນທີ່ກຳລັງຖືກພັດທະນາພາຍໃຕ້ຊື່ Ad26.COV2.S  ຈຳນວນ 30 ລ້ານໂດສ ໃຫ້ກັບອັງກິດເພື່ອຮັບມືກັບການລະບາດໂຄວິດ-19 ໂດຍສະເພາະ ໝາຍຄວາມວ່າຈະບໍ່ທິການຄິດກຳໄລໃດໆ ແລະ ພາຍໃຕ້ຂໍ້ຕົກລົງການສັ່ງຊື້ລ່ວງໜ້າດັ່ງກ່າວ ອັງກິດຍັງສາມາດສັ່ງຊື້ໄດ້ເພີ່ມອີກ 22 ລ້ານໂດສ.

ບໍລິສັດ  Novavax ລະບຸວ່າ ລັດຖະບານອັງກິດຕັ້ງການສັ່ງຊື້ວັກຊີນທີ່ກຳລັງພັດທະນາພາຍໃຕ້ຊື່ NVX-CoV2373 ຈຳນວນທັງໝົົດ 60 ລ້ານໂດສ ໂດຍມີການເຮັດຂໍ້ຕົກລົງສັ່ງຊື້ລວມທັງໝົດ 6 ສະບັບ ເຮັດໃຫ້ເວລານີ້ອັງກິດກາຍເປັນຜູ້ນຳໃນເສິກການແຂ່ງຂັນເຮັດສັນຍາສັ່ງຊື້ວັກຊີນຈາກບໍລິສັດຜູ້ຜະລິດລາຍໃຫຍ່ຂອງໂລກ.

ປັດຈຸບັນ, ອັງກິດຖືສິດຄອບຄອງວັກຊີນໄດ້ແລ້ວທັງໝົດ 32 ລ້ານໂດສ ສຳລັບປະຊາກອນທັງໝົດໃນອັງກິດ 66 ລ້ານຄົນ.

ຮຽບຮຽງຂ່າວ: ພຸດສະດີ