spot_img
Homeຂ່າວທ້ອງຖິ່ນພາຍຸໝູນເຂດຮ້ອນຈະເຄື່ອນທີ່ຜ່ານ ສປປ ລາວ ປະມານ 1 ຫາ 2 ຫົວ

ພາຍຸໝູນເຂດຮ້ອນຈະເຄື່ອນທີ່ຜ່ານ ສປປ ລາວ ປະມານ 1 ຫາ 2 ຫົວ

Published on

ຄາດຄະເນສະພາບອາກາດໃນໄລຍະເດືອນ ສິງຫາ ຫາ ຕຸລາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຍັງຈະມີກລັງແຮງພັດປົກຄຸມພ້ອມດຽວກັນຈະມີພາຍຸພັດຜ່ານ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກພ້ອມມີລົມພັດແຮງ ແລະ ຈະເຮັດໃຫ້ເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້.

ອີງຕາມການພະຍາກອນຍາວນານຈາກສູນພະຍາກອນຂອງອົງການອຸຕຸນິຍົມໂລກ ຄາດຄະເນພາຍຸໝູນເຂດຮ້ອນຈະເຄື່ອນທີ່ຜ່ານ ສປປ ລາວ ປະມານ 1 ຫາ 2 ຫົວ ເຊິ່ງສ່ວນໃຫຍ່ຈະຜ່ານພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 25 ກັນຍາ ຫາ ວັນທີ 3 ຕຸລາ 2020.

ໄລຍະກາງເດືອນສິງຫາ 2020 ບໍລິເວນຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍເປັນບໍລິ ເວນກວ້າງໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາໜັກຢູ່ບາງທອງຖິ່ນແຂວງພາກເໜືອ ແລະ ພາກກາງ ໂດຍສະເພາະວັນທີ 13 ຫາ 15 ສິງຫາ 2020. ໄລຍະທ້າຍເດືອນ ສິງຫາ 2020 ສະພາບຝົນໂດຍລວມຈະຝົນຕົກໜ້ອຍ ເຊິ່ງສ່ວນໃຫຍ່ຈະຕົກໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກໜັກເປັນບາງໄລຍະຢູ່ບາງທ້ອງຖິ່ນເຊັ່ນ: ໃນໄລຍະວັນທີ 27 ຫາ 28 ສິງຫາ 2020 ຈະມີຝົນຕົກໜັກຢູ່ເຂດພາກເໜືອ ແລະ ພາກກາງ.

ໃນໄລຍະທ້າຍເດືອນກັນຍາຈະມີພາຍຸພັດຜ່ານເຂດພາກກາງ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນ  ກ້ວາງ ແລະ ຕົກໜັກຢູ່ເຂດພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 25 ຫາ 30 ກັນຍາ 2020.

 

 

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...