spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດຮຸນແຮງໃນເລບານອນ ສົ່ງຜົນເສຍຫາຍເປັນວົງກວ້າງ

ເກີດເຫດລະເບີດຮຸນແຮງໃນເລບານອນ ສົ່ງຜົນເສຍຫາຍເປັນວົງກວ້າງ

Published on

ເວັບໄຊຂ່າວ dailynews ລາຍງານ ເມື່ອວັນທີ 5 ສິງຫາ 2020ນີ້ວ່າ ຈາກເຫດການລະເປີດຢ່າງຮຸນແຮງທີ່ບໍລິເວນທ່າເຮືອໃນນະຄອນຫຼວງເບຣຸດ ເມືອງຫຼວງຂອງເລບານອນ ເມື່ອເວລາ 22:40 ນາທີ ຂອງວັນທີ 4 ສິງຫາ ທີ່ຜ່ານມາ ເຮັດໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ, ມີຄົນເສຍຊີວິດປະມານ 80 ຄົນ ແລະ ບາດເຈັບປະມານ 4,000ຄົນ.

ນາຍົກລັດຖະມົນຕີອັສຊັນ ດິອັບ ອອກຖະແຫຼງການວ່າ ສິ່ງທີ່ລະເບີດຄືແອມໂມເນຍໄມເຕຣດ ທີ່ມີນໍ້າໜັກລວມປະມານ 2,750ໂຕນ ທີ່ໄດ້ເກັບຮັກສາໄວ້ຢ່າງປອດໄພໃນອາຄານຫຼັງໜຶ່ງເປັນເວລາ 6 ປີ ແລະ ທ່ານນາຍົກຍັງໃຫ້ສັນຍາວ່າລັດຖະບານຈະຈັບກຸມຕົວຜູ້ທີ່ກ່ຽວຂ້ອງມາຮັບໂທດຕາມກົດໝາຍໃຫ້ໄດ້ ພ້ອມທັງປະກາດສະຖານະການສຸກເສີນໃນນະຄອນຫຼວງເບຣຸດເປັນເວລາ 2 ອາທິດ ແລະ ກຳນົດໃຫ້ເມືອງຫຼວງຂອງປະເທດເປັນພື້ນທີ່ໄພພິບັດ.

ດ້ານປະທານາທິບໍດີ ດີມິເຊລ ອູນ ປະກາດໄວ້ອາໄລທົ່ວປະເທດເປັນເວລາ 3 ວັນ ແລະ ລັດຖະບານກຽມຈັດສັນງົບປະມານສຸກເສີນ 100,000 ລ້ານປອນເລບານອນ ເພື່ອຊ່ວຍເຫຼືອຄອບຄົວຂອງຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ ພ້ອມຟື້ນຟູເມືອງໃນອານາຄົດ.

ສ່ວນສາເຫດຂອງການລະເບີດໃນຄັ້ງນີ້ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ໂດຍຍັງບໍ່ມີການຕັ້ງສົມມຸດຕິຖານໃດໆວ່ານີ້ເກີດຂຶ້ນຍ້ອນອຸບັດຕິເຫດ ຫຼື ການໂຈມຕີ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...