Homeຂ່າວຕ່າງປະເທດWeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ

WeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ

Published on

ເວັບໄຊຂ່າວ sanook ລາຍງານວ່າ ທ່ານ ໄມ ປອມເອໂອ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດອາເມລິກາເປີດເຜີຍວ່າ ອາເມລິກາຈະອອກມາດຕະການສັ່ງຫ້າມບໍລິສັດ ຊັອຟແວຣ໌ຂອງຈີນຫຼາຍບໍລິສັດທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດໃນໄວໆນີ້.

ທ່ານ ປອມເປໂອ ໄດ້ກ່າວໃນລາຍການ “Sunday Morning Futures” ທາງສະຖານີໂທລະພາບຟັອກນິວສ໌ໃນວັນອາທິດທີ່ຜ່ານມາວ່າ ບໍລິສັດ ຊອັຟແວຂອງຈີນທີ່ເຮັດທຸລະກິດໃນອາເມລິກາຢ່າງ TikTok ຫຼື WeChat ແລະ ບໍລິສັດອີກຫຼາຍແຫ່ງນັ້ນ ກຳລັງສົ່ງຂໍ້ມູນຂອງອາເມລິກາໃຫ້ກັບທາງລັດຖະບານຈີນໂດຍຕົງ.

ເວັບໄຊຂ່າວ ເດລີນິວສ໌ ໄດ້ລາຍງານວ່າ ທ່ານ ນາເດລລາ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງໄມໂຄຣຊັອຟ ໄດ້ເຂົ້າພົບປະທານາທິບໍດີ ໂດນັລ ທຣໍ້າ ທີ່ທຳນຽບຂາວ ເມື່ອວັນທີ 2 ສິງຫາ ທີ່ຜ່ານມາ ແລະ ຍັງບໍ່ມີຝ່າຍໃດໃຫ້ຂໍ້ມູນຢ່າງເປັນທາງການກ່ຽວກັບຜົນການຫາລືລະຫວ່າງທ່ານ ທໍ້າ ກັບ ທ່ານ ເດລລາ, ຕໍ່ມາ ສຳນັກຂ່າວຣອຍເຕີລາຍງານໂດຍອ້າງແຫຼ່ງຂ່າວວ່າຜູ້ນຳອາເມລິກາ ກຳນົດໄລຍະເວລາ 45 ວັນ ຫຼື ຈົນເຖິງວັນທີ 15 ກັນຍາ ນີ້ ໃຫ້ໄມໂຄຊັອບ “ບັນລຸຂໍ້ຕົກລົງກັບບໍລິສັດ ໄບແດນ” ເຈົ້າຂອງແອັຟ TikTok.

 

ຮຽບຮຽຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...