spot_img
Homeຂ່າວຕ່າງປະເທດຟິລິບປິນຍັງບໍ່ໃຫ້ອາເມລິກາກັບເຂົ້າມາຕັ້ງຖານທັບເນື່ອງຈາກຫ່ວງຄວາມປອດໄພ

ຟິລິບປິນຍັງບໍ່ໃຫ້ອາເມລິກາກັບເຂົ້າມາຕັ້ງຖານທັບເນື່ອງຈາກຫ່ວງຄວາມປອດໄພ

Published on

ເວັບໄຊຂ່າວ posttoday ລາຍງານ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ແຫ່ງຟິລິບປິນປະຕິເສດລາຍງານຂ່າວທີ່ວ່າລັດຖະບານຟິລິບປິນອາດຈະໃຫ້ອາເມລິກາຕັ້ງຖານທັບເຮືອໃນອ່າວຊູບິກອີກຄັ້ງ.

ຜູ້ນຳຟິລິບປິນກັງວົນວ່າຫາກໃຫ້ອາເມລິກາມາຕັ້ງຖານທັບຈະເຮັດໃຫ້ຟິລິບປິນຕົກຢູ່ໃນອັນຕະລາຍເຖິງຂະໜາດ “ສາບສູນ” ຫາກເກີດສົງຄາມນິວເຄຣຍຂຶ້ນມາ.

ກ່ອນໜ້ານີ້ຜູ້ນຳຟິລິບປິນສັ່ງໃຫ້ຢຸດຂໍ້ຕົກລົງການຢຽມຢາມຂອງກອງທັບ (Visiting Forces Agreement) ທີ່ເປັນຂໍ້ຕົກລົງດ້ານຄວາມສຳພັນທາງການທະຫານລະຫວ່າງຟິລິບປິນກັບອາເມລິກາທີ່ເດີນທາງມາຊ້ອມຮົບໃນຟິລິບປິນ ແຕ່ເຖິງແນວໃດກໍ່ຕາມ ຜູ້ນຳຟິລິບປິນໄດ້ປ່ຽນໃຈກະທັນຫັນໃນເດືອນມິຖຸນາທີ່ຜ່ານມາ ແລະ ຕໍ່ສັນຍາອີກຄັ້ງກ່ອນສັນຍາຈະໝົດອາຍຸ.

ອາເມລິກາ ເຄີຍປົກຄອງຟິລິບປິນມາກ່ອນໃນຖານະເຈົ້າອະນານິຄົມໄດ້ຕັ້ງຖານທັບເຮືອທີ່ອ່າວຊູບິກໃກ້ກັບນະຄອນຫຼວງມະນິລາ ໃນປີ 1899-1942 ແລະ ຫຼັງຈາກຟິລິບປິນເປັນເອກະລາດໃນລະຫວ່າງປີ 1945-1992 (ຟິລິບປິນໄດ້ຮັບເອກະລາດໃນປີ 1946) ນອກຈາກນີ້, ອາເມລິກາຍັງໄດ້ຕັ້ງຖານທັບອາກາດຄລາກ (Clark Air Base) ໃນເມືອງແອງເຈີລິສ ລະຫວ່າງປີ 1903-1991.

ອາເມລິຫາມີຄວາມຕ້ອງການທີ່ຈະຫາທີ່ຕັ້ງຖານທັບໃນອາຊີຕະເວັນອອກສຽງໃຕ້ເພື່ອຄານອຳນາດກັບຈີນທີ່ມີອິດທິພົນຫຼາຍຂຶ້ນໃນທະເລຈີນໃຕ້ ແລະ ອາຊີຕະເວັນອອກສຽງໃຕ້ ແຕ່ໃນຕອນນີ້ປະເທດພັນທະມິດຢ່າງຟິລິບປິນຍັງບໍ່ອະນຸຍາດໃຫ້ອາເມລິຫາເຂົ້າມາເທື່ອ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...